ຂ່າວສານ
ຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນໜຶ່ງໃນບັນດາປັດໄຈຍຸດທະສາດໃນພະລັງງານແຮງອ່ອນສັງລວມແຫ່ງຊາດ
ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດມີບົດບາດສຳຄັນ ແລະ ມີຄວາມໝາຍຍຸດທະສາດ, ພັກ, ລັດໄດ້ໃຫ້ຄວາມເອົາໃຈໃສ່ຊີ້ນຳ, ນຳພາເປັນພິເສດ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ບັນດາວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໃນໄລຍະຜ່ານມາບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ.
“ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໄດ້ມີການປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າເພື່ອໃຫ້ສຽງເວົ້າເອກະລາດ, ເປັນເຈົ້າຕົນເອງ, ຊອບທຳຂອງ ຫວຽດນາມ ໄດ້ສະແດງອອກໃນເວທີສາກົນ; ເຜີຍແຜ່ໂຄສະນາເຖິງເພື່ອນມິດສາກົນກ່ຽວກັບພາບພົດປະເທດ ຫວຽດນາມ ທີ່ເປັນສະຖຽນລະພາບ - ຂະຫຍັນຂັນເຄື່ອນ - ມີຄວາມຮັບຜິດຊອບ - ຈິງໃຈ - ມີຄວາມໄວ້ເນື້ອເຊື່ອໃຈ - ມີສີສັນເປັນເອກະລັກ - ສະໜິດສະໜົມ ເພື່ອເຮັດໃຫ້ໂລກມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຄົບຖ້ວນ, ເລິກເຊິ່ງກວ່າກ່ຽວກັບຈິດໃຈ, ຈັນຍາບັນ ແລະ ພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ; ຜ່ານນັ້ນ ປະກອບສ່ວນຍູ້ແຮງການພົວພັນກັບບັນດາປະເທດ, ຄູ່ຮ່ວມມືສາກົນ, ສ້າງສະພາບແວດລ້ອມ, ເງື່ອນໄຂສະດວກແກ່ການພັດທະນາປະເທດຊາດ”.
ນັກຂ່າວ ເລເຟືອງແຄັງ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ, ຜູ້ຕາງໜ້າໃຫ້ກຸ່ມນັກຂຽນຍາດໄດ້ລາງວັນທີ 1 ປະເພດລາຍການກະຈາຍສຽງ ດ້ວຍຜົນງານທີ່ມີຫົວຂໍ້ “ຈາກສັດຕູກາຍເປັນເພື່ອນມິດ: ກຳລັງແຮງທີ່ມິດງຽບແຫ່ງຄວາມມານະພະຍາຍາມຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ”, ແບ່ງປັນວ່າ:
“ເມື່ອໄດ້ຮັບລາງວັນນີ້, ຂ້າພະເຈົ້າບໍ່ມີວັນລືມມື້ທຳອິດທີ່ພວກຂ້າພະເຈົ້າເດີນທາງຈາກ ຮ່າໂນ້ຍ ເຂົ້າໄປ ກວາງຈິ ເພື່ອສາມາດເຫັນກັບຕາ ກໍຄືຮັບຟັງບັນດາເລື່ອງລາວ, ບັນດາຄຳແບ່ງປັນຂອງບຸກຄົນທີ່ພວມມານະພະຍາຍາມຊອກຫາທະຫານ ອາເມລິກາ ຫາຍສາຍສູນໃນປາງສົງຄາມ. ເຂົາເຈົ້າໄດ້ເລົ່າເລື່ອງລາວຫຼາຍເລື່ອງທີ່ຕື້ນຕັນໃຈ. ນັກຂ່າວພວກຂ້າພະເຈົ້າຕື້ນຕັນໃຈທີ່ສຸດ”.
ປີນີ້, ຄະນະຈັດຕັ້ງການເສັງໄດ້ຮັບບົດເຂົ້າຮ່ວມການເສັງກວ່າ 2.400 ຜົນງານ ໃນ 8 ປະເພດ, ເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ປະລິມານສະເລ່ຍຂອງປີກ່ອນໆ.







