• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ​ຢູ່ ລາວ

ບັນດາຄະນະຜູ້ແທນໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ.
ບັນດາຜູ້ແທນຖະຫວາຍດອກໄມ້, ທູບທຽນໄຫ້ວອາໄລປະທານໂຮ່ຈີມິນ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ເມືອງໜອງບົກ, ແຂວງຄຳມ່ວນ, ສະຖານທູດ ຫວຽດນາມປະຈຳ ລາວໄດ້ຈັດພິທີຖະຫວາຍທູດບທຽນເພື່ອສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2023). ບັນດາຄະນະຜູ້ແທນໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ. ຫວນຄວນວິວັດແຫ່ງການເຄື່ອນໄຫວ ແລະ ບັນດາຄຸນງາມຄວາມດີຂອງເພິ່ນຕໍ່ປະຊາຊົນ ແລະ ສອງປະເທດ ຫວຽດນາມ ແລະ ລາວ, ທ່ານ ຟານມິງຈຽນ, ອຸປະທູດ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ:

ຄາວຍັງມີຊີວິດຢູ່, ປະທານໂຮ່ຈີມິນເຄີຍຕັກເຕືອນວ່າ: ການປະຕິວັດລາວບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດ ຫວຽດນາມໄດ້ ແລະ ການປະຕິວັດຫວຽດນາມ ກໍ່ບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດ ລາວໄດ້. ປະທານໂຮ່ຈີມິນ ຍາມໃດກໍ່ຖືການພົວພັນສາມັກຄີ ຫວຽດນາມ - ລາວ ທັງແມ່ນພັນທະສາກົນ, ທັງແມ່ນຜົນປະໂຫຍດອັນເປັນຕາຍຂອງແຕ່ລະປະເທດ.

 

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top