• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ນັກ​ຮົບ​ວິ​ລ​ະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ.
ຄະນະຜູ້ແທນຖະຫວາຍທູບສະແດງຄວາມຮູ້ບຸນຄຸນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ຕອນເຊົ້າວັນທີ 21 ທັນວາ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ນຳໜ້າ ໄດ້ຈັດພິທີຈຸດທູບໃຕ້ທຽນ, ຖະຫວາຍດອກໄມ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດ ຫວຽດນາມ ແລະ ລາວ ຢູ່ເຂດຮ່ອງຮອບ ສຳພັນສູ້ຮົບ ລາວ  ຫວຽດນາມ ຢູ່ ບ້ານເກີນ, ແຂວງວຽງຈັນ. ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ; ພ້ອມທັງສະແດງຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບໃນພາລະກິດແຫ່ງການກໍ່ສ້າງ, ປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫູ້ນສວ່ນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ ລາວ ເລິກເຊິ່ງກວ່າອີກ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top