ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.
ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດເປັນປະທານກອງປະຊຸມ
ຕອນເຊົ້າວັນທີ 21 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິ້ນ ເລຂາຄະນະພັກ, ປະທານສະພາແຫ່ງຊາດ ໄດ້ເປັນປະທານກອງປະຊຸມຕຳໜິຕິຊົມ, ຕີລາຄາ, ຈັດອັນດັບຄຸນນະພາບໝູ່ຄະນະ ແລະ ສ່ວນບຸກຄົນຄະນະປະຈຳອົງຄະນະພັກສະພາແຫ່ງຊາດ ປີ 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ. ບົນພື້ນຖານນັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ສະເໜີຕໍ່ສືບຕໍ່ເສີມຂະຫຍາຍວິທີການນີ້ຢູ່ກອງປະຊຸມຄັ້ງນີ້. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າ, ບົນພື້ນຖານບັນດາຄຳເຫັນຢູ່ກອງປະຊຸມຕ້ອງສືບຕໍ່ບັນດາດ້ານດີ, ບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງຈະຖອດຖອນບົນຮຽນປະສົບການຢ່າງເຂັ້ມງວດເພື່ອແກ້ໄຂໃຫ້ເປັນຢ່າງດີໃນປີ 2026.
(ແຫຼ່ງຄັດຈາກ VOV)