• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕີລາຄາປະສິດທິຜົນຂອງ ວັກຊີນ ລັດເຊຍໃນການ ຕ້ານເຊື້ອໄວຣັດ SARS - CoV - 2 ສາຍພັນໃໝ່

     ຕາມຄຳສັ່ງຂອງທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ລັດຖະບານຕ້ອງຮັບປະກັນການໄຈ້ແຍກ ແລະ ຕີລາຄາປະສິດທິຜົນຂອງວັກຊິນພາຍໃນປະເທດເພື່ອສະກັດກັ້ນການຕິດເຊື້ອພະຍາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS - CoV - 2 ສາຍພັນຕ່າງໆ.
ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass)
      ຕາມການປະກາດຂອງ ວັງ Kremlinແລ້ວ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ລັດຖະບານ ຕີລາຄາປະສິທິຜົນຂອງ ວັດຊິນກັນໂຄວິດ - 19 ຊະນິດຕ່າງໆພາຍໃນປະເທດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19, ພິເສດແມ່ນສຳລັບເຊື້ອໄວຣັດ SARS - CoV - 2 ສາຍພັນໃໝ່.
        ຕາມຄຳສັ່ງຂອງທ່ານ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ລັດຖະບານຕ້ອງຮັບປະກັນການໄຈ້ແຍກ ແລະ ຕີລາຄາປະສິດທິຜົນຂອງວັກຊິນພາຍໃນປະເທດເພື່ອສະກັດກັ້ນການຕິດເຊື້ອພະຍາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS - CoV - 2 ສາຍພັນຕ່າງໆ. ທ່ານ Vladimir Putin ໄດ້ມອບໜ້າທີ່ໃຫ້ແກ່ລັດຖະບານ ພ້ອມກັບຜູ້ນຳໜ້າບັນດາຂົງເຂດ ຈັດຕັ້ງການສັກວັກຊິນຕ້ານໂຄວິດ - 19 ໃນວົງກ້ວາງໃຫ້ແກ່ປະຊາຊົນໃນທົ່ວປະເທດ, ເຊິ່ງຄິດໄລ່ເຖິງບັນດາຄຳສັ່ງທີ່ໄດ້ອອກກ່ອນໜ້ານັ້ນ, ກໍ່ຄືຮັບປະກັນແຜນການສັກວັກຊິນທີ່ໄດ້ຮັບການອະນຸຍາດ, ດັ່ງນັ້ນ ບັນດາອົງການບໍລິການລະຫວ່າງລັດ ເອົາໃຈໃສ່ເຖິງການໜູນຊ່ວຍກ່ຽວກັບການຈັດຕັ້ງ ແລະ ວິທີການ, ຖ້າຫາກຈຳເປັນຈະສະໜອງ ງົບປະມານຕື່ມອີກ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top