ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ປີ 1960 ໄດ້ວາງອອກບັນດາຫນ້າທີ່ກໍ່ສ້າງພັກຢູ່ໃນ 3 ເສົາຄ້ຳຄື: ແນວຄິດ, ການເມືອງ, ການຈັດຕັ້ງ. ໂຄງປະກອບນີ້ໄດ້ມີການປ່ຽນແປງໃນປີ 2016, ເມື່ອກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກໄດ້ກຳນົດການກໍ່ສ້າງພັກກ່ຽວກັບຄຸນສົມບັດ ເປັນປັດໄຈພື້ນຖານໃນການກໍ່ສ້າງພັກ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃຫມ່.
ກໍ່ສ້າງແນວທາງກ່ຽວກັບວຽກງານກໍ່ສ້າງພັກໃຫ້ສົມບູນແບບ
ດ້ວຍເລື່ອງເພີ່ມເຕີມປັດໄຈຄຸນສົມບັດ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ກຳນົດວຽກງານກໍ່ສ້າງພັກໂດຍສະແດງອອກຜ່ານ 4 ເສົາຄ້ຳ ນັ້ນແມ່ນ: ການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດ. ມາຮອດກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ໄດ້ນຳວຽກງານພະນັກງານເປັນປັດໄຈສຳຄັນ, ພື້ນຖານໃນວຽກງານກໍ່ສ້າງພັກ.
ທ່ານ ຫງວຽນດຶກຫ່າ, ອະດີດຫົວຫນ້າກົມ ຄະນະຈັດຕັ້ງສູນກາງ ເນັ້ນຫນັກວ່າ:
“ຄຳຮຽກຮ້ອງຕ້ອງການທີ່ວາງອອກປະຈຸບັນສຳລັບພະນັກງານ ແມ່ນຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ບໍ່ຕົກທ່າຮັບ, ບໍ່ລໍຄອຍ. ບົນພື້ນຖານບົດບາດຫນ້າທີ່ຂອງຕົນ ຕ້ອງຮູ້ຈັກວ່າ ຕົນເອງຕ້ອງເຮັດຫຍັງ, ເຮັດຄືແນວໃດ?ສິ່ງສຳຄັນທີ່ສຸດປະຈຸບັນ ແມ່ນຕ້ອງເລີ່ມມາຈາກເປົ້າໝາຍ, ຈາກຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ. ສະຫາຍເລຂາທິການໃຫຍ່ ໄດ້ຕັກເຕືອນມາຫລາຍຄັ້ງແລ້ວ ນັ້ນແມ່ນ ຕ້ອງເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອສ່ວນລວມ.
ນັບແຕ່ເມື່ອກ້າວເຂົ້າສູ່ກິດຈະການປ່ຽນແປງໃຫມ່ເມື່ອປີ 1986, ພັກກອມມູນິດ ຫວຽດນາມໄດ້ປະກາດໃຊ້ຫລາຍມະຕິກ່ຽວກັບການກໍ່ສ້າງ, ປັບປຸງພັກ. ໄລ່ສະເພາະ 10 ປີມໍ່ໆມານີ້, ບັນດາກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງ ລ້ວນແຕ່ປະກາດໃຊ້ບັນດາມະຕິ, ບົດສະຫລຸບ, ຂໍ້ກຳນົດສຳຄັນຍິ່ງ, ເຄັ່ງຄັດ ກ່ຽວກັບວຽກງານກໍ່ສ້າງ ປັບປຸງພັກ.
ສືບທອດ, ເພີ່ມເຕີມ, ພັດທະນາຫລາຍເນື້ອໃນສຳຄັນຂອງບັນດາມະຕິຂອງສູນກາງກ່ອນນີ້ີ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ເຕື້ອງເຖິງຫລາຍເນື້ອໃນໃຫມ່, ພົ້ນເດັ່ນ ແມ່ນທັດສະນະ ຖື “ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ ແມ່ນຫນ້າທີ່ສຳຄັນພິເສດ ແລະ “ເດັດດ່ຽວ, ຢຶດໝັ້ນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ດ້ວຍຄວາມຕັດສິນໃຈດ້ານການເມືອງສູງກວ່າ, ມີການກະທຳຢ່າງແຮງກວ່າ, ເຖິງຖອງກວ່າ, ມີປະສິດທິຜົນກວ່າ” ເພື່ອເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ; ກໍ່ສ້າງ ແລະ ປັບປຸງລະບົບການເມືອງ; ກໍ່ສ້າງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນຫນາແຫນ້ນ.
ປັດໄຈຫລັກແຫລ່ງ, ສ້າງກຳລັງຫນູນຊຸກຍູ້ທັງລະບົບ
ໂດຍປະຕິບັດວຽກງານກໍ່ສ້າງ, ປັບປຸງພັກໃຫ້ດີ ແມ່ນປັດໄຈຫລັກແຫລ່ງ, ສ້າງກຳລັງຫນູນຊຸກຍູ້ການກໍ່ສ້າງລະບົບການເມືອງ. ກົງກັນຂ້າມ, ການກໍ່ສ້າງລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ຈະສ້າງພື້ນຖານອັນຫນັກແຫນ້ນໃນການປັບປຸງບົດບາດນຳພາຂອງພັກສຳລັບລະບົບການເມືອງ ແລະ ທົ່ວສັງຄົມ. ສະນັ້ນ ກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII ສືບຕໍ່ປະກາດໃຊ້ບົດສະຫລຸບກ່ຽວກັບວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ໃນນັ້ນ ຢັ້ງຢືນເປົ້າໝາຍ: ຍູ້ແຮງວຽກງານກໍ່ສ້າງ, ປັບປຸງພັກ ແລະລະບົບການເມືອງ ເພ່ືອແນໃສ່ຍົກສູງກຳລັງຄວາມສາມາດການນຳພາ, ກຳອຳນາດ, ກຳລັງຕໍ່ສູ້ຂອງພັກ. ບັນຫາຫລັກແຫລ່ງຂອງວຽກງານກໍ່ສ້າງພັກ ແມ່ນຍົກສູງລະດັບການນຳພາຂອງພັກກຳອຳນາດໃນເງື່ອນໄຂສືບຕໍ່ກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ. ທ່ານ ສາດສະດາຈານ, ປອ ເລມິງທົງ ກຳມະການສະພາທິດສະດີສູນກາງ ເນັ້ນຫນັກວ່າ:
“ໃນລັດແຫ່ງອຳນາດກົດໝາຍ, ພັກຕ້ອງປະຕິບັດ 5 ກຳ. ທີຫນຶ່ງແມ່ນກຳອຳນາດເພື່ອປະຊາຊົນ. ທີສອງແມ່ນກຳອຳນາດຕາມກົດໝາຍ. ທີສາມ, ພັກກຳອຳນາດປະຊາທິປະໄຕ. ທີ 4 ແມ່ນພັກກຳອຳນາດວິທະຍາສາດ. ທີ 5 ແມ່ນພັກກຳອຳນາດຢ່າງສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ.”
ເດັດດ່ຽວຕໍ່ສູ້ຕ້ານລັດທິສ່ວນຕົວ, ສະກັດກັ້ນ, ຍູ້ໃຫ້ຖອຍໄປ, ແກ້ໄຂຢ່າງເຂັ້ມງວດກໍລະນີພະນັກງານ, ສະມາຊິກພັກເສື່ອມທາດຂາດຄຸນດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຫັນປ່ຽນເອງ”, “ຜັນແປ່ເອງ” ສົມທົບຢ່າງແຫນ້ນແຟ້ນ, ກົມກຽວ” ລະຫວ່າງ ການ “ກໍ່ສ້າງ” ແລະ “ຕ້ານ”, ການກໍ່ສ້າງແມ່ນຫນ້າທີ່ພື້ນຖານ, ຍຸດທະສາດ, ຍາວນານ, ຕ້ານແມ່ນຫນ້າທີ່ສຳຄັນ, ຮີບດ່ວນ, ເປັນປະຈຳໃນວຽກງານກໍ່ສ້າງພັກປະຈຸບັນຢູ່ ຫວຽດນາມ. ເປົ້າໝາຍແມ່ນແນໃສ່ສ້າງບາດກ້າວພັດທະນາໃຫມ່ຂອງພັກ ກ່ຽວກັບສະຕິປັນຍາ, ຄຸນທາດການເມືອງ, ແມ່ນຄຸນສົມບັດ, ສີວິໄລຢ່າງແທ້ຈິງ ນັບມື້ນັບສະຫນິດຕິດພັນຢ່າງແຫນ້ນແຟ້ນກັບປະຊາຊົນ, ນັບມື້ນັບໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ, ມີອິດທິພົນຊື່ສຽງ ແລະກຳລັງຄວາມສາມາດການນຳພາຢ່າງຄົບຖ້ວນໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ.