• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕະຫຼາດຫຼັບ​ຊັບ ອາ​ເມ​ລິ​ກາ ຫຼຸດ​ລົງ​ຢ່າງ​ແຮງ

ຕາມ​ນັ້ນ​ແລ້ວ, ດັດ​ຊະ​ນີ Nasdaq ຫຼຸດລົງ​ 5,1%, ຕົກຢູ່​ເຂດດັດ​ປັບ​ພາຍ​ລັງຫຼຸດລົງ 10% ເມື່​ອ​ທຽ​ບ​ໃສ່​ກັບ​ລະ​ດັບ​ສູງ​ສຸດ​ຍາມ​ເດືອ​ນ​ຕຸ​ລາ. ດັດ​ຊະ​ນີ Dow Jones ຫຼຸດລົງ​ 2,1%, ໃນ​ຂະ​ນະ​ທີ່ S&P 500 ຫຼຸດລົງ 3,2%.
ພະ​ນັກ​ງານ​ຢູ່​ຕະຫຼາດຫຼັກ​ຊັບ ນິວຢອກ, ອາ​ເມ​ລິ​ກາ (ພາບ: ຊິນຮົວ/VNA)
ໃນວາ​ລະ​ທຸ​ລະ​ກຳ​ຂອງວັນ​ທີ 5 ພະ​ຈິກ, ຕະຫຼາດຫຼັບ​ຊັບ ອາ​ເມ​ລິ​ກາ ຫຼຸດ​ລົງ​ຢ່າງ​ແຮງ, ເມື່ອ​ການ​ຂາຍ​ໄດ້​ສຸມເຂົ້າກຸ່ມ​ຫຸ້ນ​ເຕັກ​ໂນ​ໂລ​ຢີ, ປັນ​ຍາ​ປະ​ດິດ (AI) ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຖານ​ຂໍ້​ມູນ, ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.ຕາມ​ນັ້ນ​ແລ້ວ, ດັດ​ຊະ​ນີ Nasdaq ຫຼຸດລົງ​ 5,1%, ຕົກຢູ່​ເຂດດັດ​ປັບ​ພາຍ​ລັງຫຼຸດລົງ 10% ເມື່​ອ​ທຽ​ບ​ໃສ່​ກັບ​ລະ​ດັບ​ສູງ​ສຸດ​ຍາມ​ເດືອ​ນ​ຕຸ​ລາ. ດັດ​ຊະ​ນີ Dow Jones ຫຼຸດລົງ​ 2,1%, ໃນ​ຂະ​ນະ​ທີ່ S&P 500 ຫຼຸດລົງ 3,2%. ການ​ຜັນ​ແປ​ນີ້​ເກີດ​ຂຶ້ນ​ ພາຍຫຼັງ​ພັກ​ປະ​ຊາ​ທິ​ປະ​ໄຕ​ຍາດ​ໄດ້​ສິດ​ຄວບ​ຄຸມ​ທັງ​ສອງ​ສະ​ພາ​ຂອງ​ ອາ​ເມ​ລິ​ກາ. ວົງ​ການ​ນັກ​ລົງ​ທຶນ​ມີ​ຄວາມ​ວິ​ຕົກ​ກັງ​ວົນຕໍ່​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ອາດ​ສາ​ມາດ​ຮັດ​ແໜ້ນ​ການ​ສ້າງ​ຖານ​ຂໍ້​ມູນ​ຂະ​ໜາດ​ໃຫຍ່ ເຊິ່ງ​ໄດ້​ນຳ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ເປັນ​ຈຳ​ນວນຫຼາຍ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ AI.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top