• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ 7 ສະ​ບັບ ແລະ ກົດ​ໝາຍ 2 ສະ​ບັບ

ຕອນເຊົ້າວັນທີ 16 ມິຖຸນາ ເປັນມື້ເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາມະຕິ 7 ສະບັບ, ກົດໝາຍ 2 ສະບັບ.

ຕອນເຊົ້າວັນທີ 16 ມິຖຸນາ ເປັນມື້ເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາມະຕິ 7 ສະບັບ, ກົດໝາຍ 2 ສະບັບ.

    

ບັນດາສະມາຊິກສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິສະບັບຕ່າງໆ

ໃນນັ້ນ ມີມະຕິ 5 ສະບັບກ່ຽວກັບແຜນນະໂຍບາຍລົງທຶນພື້ນຖານໂຄງລ່າງຄົມມະນາຄົມສຳຄັນ ແຕ່ເໜືອຮອດໃຕ້ ເປັນຕົ້ນແມ່ນ ໂຄງການເສັ້ນທາງອ້ອມຮອບນະຄອນຫຼວງຮ່າໂນ້ຍ ເລກ 4, ເສັ້ນທາງອ້ອມຮອບນະຄອນ ໂຮ່ຈີມິນ ເລກ 3, ເສັ້ນທາງຄວາມໄວສູງ ແຄງຮວ່າ - ບວນມາທວດ (ໄລຍະ 1) ເສັ້ນທາງຄວາມໄວສູງ ບຽນຮວ່າ - ຫວູງເຕົ່າ (ໄລຍະ 1)… ບັນດາໂຄງການດັ່ງກ່າວ ມີບົດບາດສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດທ້ອງຖິ່ນ, ເສດຖະກິດລະຫວ່າງເຂດ, ສ້າງກຳລັງໜູນດຶງດູດການລົງທຶນ, ສ້າງສະພາບແວດລ້ອມໃໝ່ແກ່ການພັດທະນາຂອງທັງເຂດ, ພາກ. ບັນດາສະມາຊິກສະພາແຫ່ງຊາດ ກໍລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການທົດລອງຮູບແບບຈັດການເຄື່ອນໄຫວອອກແຮງງານ, ແນະນຳອາຊີບ, ສອນວິຊາຊີບໃຫ້ແກ່ນັກໂທດຢູ່ນອກຄ້າຍຄຸມຂັງ ຂອງກະຊວງຕຳຫຼວດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

Top