• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດາວທຽມ NanoDragon ໂດຍຫວຽດນາມ ຜະລິດເອງຈະບິນຂຶ້ນສູ່ວົງໂຄຈອນໃນວັນທີ 1 ທັນວາ

      ດາວທຽມ NanoDragon ຈະບິນຂຶ້ນອ້ອມຮອບວົງໂຄຈອນຕາເວັນໃນຄວາມສູງ 560 km ໃນວັນທີ 1 ຕຸລາຢູ່ ເດີ່ນຍິງສູນຈັກກະວານ Uchinoura ຢູ່ແຂວງ Kagoshima, ທາງພາກໃຕ້ຍີ່ປຸ່ນ.
ດາວທຽມ NanoDragon ຈະບິນຂຶ້ນອ້ອມຮອບວົງໂຄຈອນຕາເວັນໃນວັນທີ 1 ຕຸລາ (ພາບ: ສູນຈັກກະວານ ຫວຽດນາມ)
      ດາວທຽມ NanoDragon ແບບ cubesat ຊັ້ນ nano ມີນ້ຳໜັກ 3,8 kg ດ້ວຍຂອບຂະໜາດ 3U ໂດຍສູນຈັກກະວານ ຫວຽດນາມ ອອກແບບ ແລະ ຜະລິດເອງຢູ່ ຫວຽດນາມ.  ດາວທຽມ NanoDragon ຈະບິນຂຶ້ນອ້ອມຮອບວົງໂຄຈອນຕາເວັນໃນຄວາມສູງ 560 km ໃນວັນທີ 1 ຕຸລາຢູ່ ເດີ່ນຍິງສູນຈັກກະວານ Uchinoura ຢູ່ແຂວງ Kagoshima, ທາງພາກໃຕ້ຍີ່ປຸ່ນ.
        ດາວທຽມແມ່ນໝາກຜົນຂອງໂຄງການ “ຄົ້ນຄວ້າ, ອອກແບບ, ຜະລິດ, ຍິງ ແລະ ການນຳໃຊ້ເຄື່ອນໄຫວດາວທຽມລະດັບ nano” ຂອງສະຖາບັນປັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top