• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັດປັບ, ເປີດກ້ວາງຕາໜ່າງສະໜອງນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

      ຕອນບ່າຍວັນທີ 5 ມີນາ, ຄະນະປະຕິບັດງານຂອງ ທະນາຄານໂລກ (WB) ໂດຍທ່ານ David Lord, ຫົວໜ້າໂຄງການ “ສະເໜີ ການສະໜອງນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມຢ່າງປອດໄພ” ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ອານຢາງ ກ່ຽວກັບການດັດປັບ ແລະ ເປີດກ້ວາງຕາໜ່າງສະໜອງນ້ຳລະດັບເຂດຂອງແຂວງ ອານຢາງ.

ມອບອ່າງເກັບນ້ຳ ແລະ ສະໜອງນ້ຳຈືດໃຫ້ແກ່ປະຊາຊົນເຂດໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ຢູ່ແຂວງເບັ໊ນແຈ (ພາບ: TTXVN) 
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແທັງບີ່ງ, ປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ເຫັນດີເປັນເອກະພາບ ຕໍ່ເວລາຜັນຂະຫຍາຍໂຄງການ ແລະ ຄະນະກຳມະການປະຊາຊົນແຂວງໄດ້ມອບໝາຍໃຫ້ພະແນກແຜນການ ແລະ ການລົງທຶນ ເປັນອົງການກະກຽມໂຄງການ, ປະຕິບັດສຳເລັດບັນດາລະບຽບການ ເພື່ອຮອດຕົ້ນເດືອນກັນຍາ 2020 ໃຫ້ໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີໃຫ້ອະນຸມັດຜ່ານຂໍ້ສະເໜີໂຄງການ.
            ທ່ານ David Lord, ໄດ້ສະເໜີໃຫ້ ແຂວງອານຢາງສົ່ງຄວາມຮຽກຮ້ອງຕ້ອງການຈົດທະບຽນລົງທຶນໂຄງການ ໃຫ້ແກ່ WB ແລະ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນໂດຍໄວເພື່ອນຳໂຄງການດັ່ງກ່າວເຂົ້າໃນແຜນການລົງທຶນພາກລັດໄລຍະກາງ 2021 – 2025.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top