• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັກ​ຫຼັກ ຕັດ​ສິນ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຍົກ​ເລີ​ກ​ “ບັດ​ເຫຼືອງ” IUU

ຄາດວ່າ ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຄັ້ງທີ 5 ຈະມີການເຮັດວຽກກັບແຂວງ ດັກຫຼັກ ໃນລະຫວ່າງວັນທີ 13 – 14 ມີນາ, ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).
   ຄະນະຄຸ້ມຄອງທ່າເຮືອຫາປາ ດົງຕາກ, ແຂວງ ດັກຫຼັກ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງລົງກວດກາ   

ທາງແຂວງ ພວມກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອສະໜອງ ບັນດາໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້ໃນວິວັດແຫ່ງການປະຕິບັດບັນດາຂໍ້ສະເໜີແນະຂອງ EC ໃຫ້ຄົບຖ້ວນ, ຊັດເຈນ, ຕັດສິນໃຈພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU.

ໂດຍຖືວ່າ ນີ້ແມ່ນ “ບັ້ນເຄື່ອນໄຫວຈຸດສູງ” ແລະ ແມ່ນໜ້າທີ່ການເມືອງທີ່ສຳຄັນແຖວໜ້າ, ທາງແຂວງ ດັກຫຼັກ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຄະນະ, ຂະແໜງການ ແລະ ອຳນາດການປົກຄອງບັນດາຕາແສງແຄມທະເລຕ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ຈະແຈ້ງ, ສຸມໃສ່ກະກຽມບົດລາຍງານສັງເຂບ ແລະ ລະບົບສຳເນົາເອກະສານໃຫ້ໃກ້ຊິດຕິດແທດກັບບັນດາຂໍ້ສະເໜີແນະຂອງ EC. ທ່ານ ຕ້າແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ດັກຫຼັກ, ຢັ້ງຢືນວ່າ ດັກຫຼັກ ຕັດສິນໃຈພ້ອມທັງທົ່ວປະເທດຍົກເລີກ “ບັດເຫຼືອງ” IUU, ມຸ່ງໄປເຖິງການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ມີຄວາມຮັບຜິດຊອບ ແລະ ສອດຄ່ອງກັບຂໍ້ກຳນົດສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top