• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ A80

ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ເຊີດຊູ, ອວຍພອນໝາກຜົນ, ຜົນງານອັນດີເດັ່ນຂອງພະນັກງານ, ນັກຮົບກຳລັງກອງທັບ, ທະຫານລາດປ້ອງກັນຕົວ ເຂົ້າຮ່ວມປະຕິບັດໜ້າທີ່ A80.
ພິທີຍ້ອງຍໍສັນລະເສີນ ບັນດາກຳລັງເຂົ້າຮ່ວມພິທີເດີນສວນສະໜາມກ້ອນກຳລັງ (ພາບ: qdnd.vn)
ຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີຍ້ອງຍໍສັນລະເສີນ ບັນດາກຳລັງເຂົ້າຮ່ວມພິທີເດີນສວນສະໜາມກ້ອນກຳລັງ ໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ແລະ ວັດຊາດທີ 2 ກັນຍາ (ໜ້າທີ່ A80) ດ້ວຍການເປັນປະທານຂອງທ່ານ ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ໂດຍຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ເຊີດຊູ, ອວຍພອນໝາກຜົນ, ຜົນງານອັນດີເດັ່ນຂອງພະນັກງານ, ນັກຮົບກຳລັງກອງທັບ, ທະຫານລາດປ້ອງກັນຕົວ ເຂົ້າຮ່ວມປະຕິບັດໜ້າທີ່ A80. ພ້ອມກັບກຳລັງອື່ນໆ, ທຸກກ້ອນ, ທຸກຳລັງຂອງກອງທັບໄດ້ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ, ປະກອບສ່ວນເຂົ້າຂຶ້ນພິທີເດີນສວນສະໜາມກ້ອນກຳລັງທີ່ສະຫງ່າຜ່າເຜີຍ. ເຫດການບໍ່ພຽງແຕ່ໄດ້ຮັບການຕ້ອນຮັບຈາກ ປຊຊ ທົ່ວປະເທດ ດ້ວຍຄວາມເອກອ້າງທະນົງໃຈເທົ່ານັ້ນ ຫາກຍັງເພື່ອນມິດສາກົນ, ບັນດາສຳນັກຂ່າວສານ, ສື່ມວນຊົນສາກົນ ກໍ່ສະຫງວນຄວາມເປັນກຽດເພື່ອເວົ້າເຖິງພິທີສະຫຼອງ.

(ແຫຼ່ງຄັດຈາກ VOV)

ຝົນແດງ ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.

Top