• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍບັນດາແບບຢ່າງຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ

      ຕອນເຊົ້າວັນທີ 14 ພຶດສະພາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສັງສັນເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2020) ແລະ ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ຕັ້ງໜ້າຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດປະທານໂຮ່ຈີມິນ, ໄລຍະ 2019 – 2020.

ຍ້ອງຍໍຊົມເຊີຍບັນດາແບບຢ່າງຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ
              ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ຫວນຄືນຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ. ທ່ານ ເຮືອຫວີງຟຸກ, ຮອງປະທານຜູ້ປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ 1 ໄດ້ຮັບການຍ້ອງຍໍຊົມເຊີຍໃນນາມສ່ວນຕົວ ໃຫ້ຮູ້ວ່າ:
        “ພະນັກງານ, ລັດຖະກອນແຕ່ລະຄົນຜ່ານການຮ່ຳຮຽນເອົາແບບຢ່າງຂອງປະທານໂຮ່ຈີມິນ ນັ້ນແມ່ນປະຕິບັດການຮັບໃຊ້ປະຊາຊົນໄດ້ເປັນຢ່າງດີກ່ວາ. ໃນຊຸມປີມໍ່ໆມານີ້, ພວກຂ້າພະເຈົ້າເຫັນວ່າ ບໍ່ພຽງແຕ່ສະມາຊິກພັກເທົ່ານັ້ນ ຫາກຍັງນັບທັງມະຫາຊົນກໍ່ມີຄວາມເຂົ້າໃຈແຈ້ງກ່ວາ ແລະ ໄດ້ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພື່ອຮັບປະກັນຊີວິດສັງຄົມໃນບໍລິເວນອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top