• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ຫຼາຍກວ່າອີກ

      ໜ້າທີ່ໃນຕໍ່ໜ້າ ແລະ ໃນໄລຍະຍາວຂອງປະເທດຊາດເວົ້າລວມ ແລະ ຂອງ ສະພາແຫ່ງຊາດເວົ້າສະເພາະແມ່ນ ໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດຕ້ອງສືບຕໍ່ມີການປ່ຽນແປງໃໝ່, ປັບປຸງ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນໃຫ້ຫຼາຍກວ່າອີກ.
ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)
      ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ປີ 2021 ແມ່ນປີທີ່ມອບໂອນອາຍຸການ, ປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ; ສະຫຼຸບ ອາຍຸການ ສະພາແຫ່ງຊາດຊຸດທີ 14; ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ແມ່ນປີທຳອິດປະຕິບັດຍຸດທະສາດພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ 2021 – 2030, ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025. ໜ້າທີ່ໃນຕໍ່ໜ້າ ແລະ ໃນໄລຍະຍາວຂອງປະເທດຊາດເວົ້າລວມ ແລະ ຂອງ ສະພາແຫ່ງຊາດເວົ້າສະເພາະແມ່ນ ໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດຕ້ອງສືບຕໍ່ມີການປ່ຽນແປງໃໝ່, ປັບປຸງ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນໃຫ້ຫຼາຍກວ່າອີກ ເພື່ອປະກອບສວນເຂົ້າໃນພາລະກິດແຫ່ງການພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ໃຫ້ຢ່າງມີໄຊ.
        ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ກໍຄື ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ສືບຕໍ່ເສີມຂະຫຍາຍຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ, ສືບຕໍ່ແບ່ງປັນ, ເອົາໃຈໃສ່ ແລະ ປະກອບຫຼາຍຄຳຄິດຄຳເຫັນອັນລ້ຳຄ່າ ເພື່ອໃຫ້ສະພາແຫ່ງຊາດນັບມື້ນັບປະຕິບັດບົດບາດ, ໜ້າທີ່ຂອງຕົນໃຫ້ດີກວ່າອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top