ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ ແລະ ດຳເນີນການເຄື່ອນໄຫວຈຳນວນໜຶ່ງຢູ່ ລັດເຊຍ, ວັນທີ 18 ມິຖຸນາ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະສົນທະນາກັບທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ.
ທີ່ການພົບປະສົນທະນາ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຢືນຢັນວ່າ ການນຳພັກ, ລັດ, ລັດຖະບານ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖື ລັດເຊຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ. ລັດຖະບານ ຫວຽດນາມ ໃນອາຍຸການໃໝ່ປາດຖະໜາຢາກພ້ອມກັບລັດຖະບານ ລັດເຊຍ ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ ເພື່ອຍົກລະດັບບັນດາຂົງເຂດຮ່ວມມື 2 ຝ່າຍຢ່າງຮອບດ້ານ.
ຂອບໃຈຕໍ່ຝ່າຍ ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ, ທ່ານປະທານາທິບໍດີ Vladimir Putin ຢືນຢັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ລັດເຊຍ ແລະ ແມ່ນເພື່ອນຜູ້ສະໜິດສະໜົມແໜ້ນແຟ້ນຢູ່ພາກພື້ນ, ສວມບົດບາດສຳຄັນຍິ່ງໃນການເຊື່ອມຕໍ່ ລັດເຊຍ ກັບບັນດາປະເທດ ອາຊຽນ.
ເມື່ອແລກປ່ຽນກ່ຽວກັບບັນດາທິດທາງ ແລະ ມາດຕະການເພື່ອສ້າງບາດກ້າວບຸກທະລຸໃນການຮ່ວມມື 2 ຝ່າຍ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນວ່າ ການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບແມ່ນເສົາຄ້ຳຍຸດທະສາດ, ຊຸກຍູ້ການຮ່ວມມືທາງໄຊເບີ, ການພົບປະແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ. 2 ຝ່າຍເຫັນດີເປັນເອກະພາບຊຸກຍູ້ການເຈລະຈາເພື່ອຜັນຂະຫຍາຍໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິງທວ້ນ 1 ໂດຍໄວ, ຖືການຮ່ວມມືດ້ານພະລັງງານ - ນ້ຳມັນອາຍແກັດ, ໄຟຟ້ານິວເຄຼຍແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການຮ່ວມມື ຫວຽດນາມ - ລັດເຊຍ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ, ຄື: ເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ, ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ…
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ເຂົ້າຮ່ວມສັບປະດາຂັ້ນສູງ APEC ເຊິ່ງຄາດວ່າຈະຈັດຂຶ້ນໃນປີ 2027 ຢູ່ ຝູກວັກ, ຫວຽດນາມ.






