• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ​ແຮງ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ຄວາມໝັ້ນ​ຄົງ​ແບບ​ໃໝ່​ໃນ​ພາກ​ພື້ນ ອາ​ຊ​ຽນ

ການປ້ອງກັນຄວາມໝັ້ນຄົງແບບໃໝ່ຈະພາໃຫ້ເກີດມີສິ່ງທ້າທາຍຫຼາຍກວ່າອີກໃນໄລຍະຈະມາເຖິງ.

ການປ້ອງກັນຄວາມໝັ້ນຄົງແບບໃໝ່ຈະພາໃຫ້ເກີດມີສິ່ງທ້າທາຍຫຼາຍກວ່າອີກໃນໄລຍະຈະມາເຖິງ.

    

ເວທີປາໄສ “ຮ່ວມມືໃນການຄຸ້ມຄອງຄວາມໝັ້ນຄົງແບບໃໝ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ 

ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນຄວາມໝັ້ນຄົງແບບໃໝ່ (ມະຫາວິທະຍາໄລບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ໄດ້ຈັດເວທີປາໄສ “ຮ່ວມມືໃນການຄຸ້ມຄອງຄວາມໝັ້ນຄົງແບບໃໝ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ຄື ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງຕຳຫຼວດ ພ້ອມດ້ວຍນັກຊ່ຽວຊານ ແລະ ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ.

ຢູ່ເວທີປາໄສ, ບັນດານັກຊ່ຽວຊານຖືວ່າ ການປ້ອງກັນຄວາມໝັ້ນຄົງແບບໃໝ່ຈະພາໃຫ້ເກີດມີສິ່ງທ້າທາຍຫຼາຍກວ່າອີກໃນໄລຍະຈະມາເຖິງ. ທ່ານຮອງສາດສະດາຈານ, ປອ. ຮວ່າງດິ່ງຟີ, ອະທິການບໍດີ ມະຫາວິທະຍາໄລບໍລິຫານທຸລະກິດ, ຮອງຫົວໜ້າສະຖາບັນປ້ອງກັນຄວາມສະຫງົບແບບໃໝ່ (ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ໄດ້ເນັ້ນໜັກວ່າ:

“ພວກເຮົາຍາມໃດກໍຫວັງວ່າ ນັກຮຽນຮູ້ ແລະ ນັກວິທະຍາສາດ ອາຊຽນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນການສຶກສາ, ຄົ້ນຄວ້າ ແລະ ໃຫ້ຄຳປຶກສານະໂຍບາຍກ່ຽວກັບການປ້ອງກັນຄວາມສະຫງົບແບບໃໝ່ ແລະ ການຄຸ້ມຄອງຄວາມໝັ້ນຄົງແບບໃໝ່. ມີຫຼາຍຂົງເຂດ ເຊິ່ງ ອາຊຽນ ຕ້ອງເພີ່ມທະວີວິທີການແກ້ໄຂ ຫຼື ມາດຕະການທີ່ມີລັກສະນະລວມໝູ່, ໃນນັ້ນ ມີບັນຫາໃຫຍ່ຄືການກໍ່ການຮ້າຍ, ອາດຊະຍາກອນຂ້າມຊາດ, ຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານການເງິນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ຫຼາຍບັນຫາອື່ນໆທີ່ກ່ຽວຂ້ອງ.”

ແຫຼ່ງຄັດຈາກ VOV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top