• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງນ້ຳໃຈມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈິມິນ-ລາວ-ໄທ

      ໃນໄລຍະຈະມາເຖິງ ຄະນະຕິດຕໍ່ພົວພັນຈະສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ລັດ ເພື່ອປະຕິບັດສຳເລັດວຽກງານການຕ່າງປະເທດປະຊາຊົນ, ເປັນຂົວເຊື່ອມຕໍ່ກັບສະຖານກົງສູນໃຫຍ່, ບັນດາວິສາຫະກິດຂອງລາວ ແລະ ໄທ ໃຫ້ເປັນຢ່າງດີ

ການພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ລາວ - ໄທ
(ພາບ: .hcmcpv.org.vn)
      ວັນທີ 17 ກຸມພາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ (HUFO) ໄດ້ສົມທົບກັບຄະນະຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງນະຄອນ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງນະຄອນ ຈັດຕັ້ງການພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ລາວ - ໄທ ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີກຸນ 2019. ກ່າວຄຳເຫັນທີ່ການພົບປະ, ທ່ານ ຮ່ວາງຫງອັກຮຸ່ງ, ຫົວໜ້າຄະນະຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ລາວ - ໄທ ນະຄອນໂຮ່ຈິມິນ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຄະນະຕິດຕໍ່ພົວພັນຈະສືບຕໍ່ປະຕິບັດແຜນນະໂຍບາຍຂອງພັກ, ລັດ ເພື່ອປະຕິບັດສຳເລັດວຽກງານການຕ່າງປະເທດປະຊາຊົນ, ເປັນຂົວເຊື່ອມຕໍ່ກັບສະຖານກົງສູນໃຫຍ່, ບັນດາວິສາຫະກິດຂອງລາວ ແລະ ໄທ ໃຫ້ເປັນຢ່າງດີ, ເພີ່ມທະວີການຊຸກຍູ້ນ້ຳໃຈມິດຕະພາບອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈິມິນ ກັບປະຊາຊົນລາວ ແລະ ໄທ, ປະກອບສ່ວນເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນອັນດີງາມລະຫວ່າງປະຊາຊົນ 3 ປະເທດ.
        ເນື່ອງໃນໂອກາດນີ້, ຄະນະຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ລາວ - ໄທ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການມອບຂອງຂວັນ, ອວຍພອນຜູ້ອາຍຸສູງຊາວຫວຽດນາມ ອາໄສຢູ່ລາວ - ໄທ ທີ່ມີອາຍຸຄົບຮອບ 80 ປີ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top