• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືລົງທຶນ ຫວຽດນາມ - ລັດເຊຍ

ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ ແລະ ເສດຖະກິດໃຫ້ຫຼາຍກວ່າ, 2 ຝ່າຍຈະກະກຽມສ້າງລະບົບເຊື່ອມຕໍ່ເຊິ່ງກັນ ແລະ ກັນ, ສ້າງອະນາຄົດຢ່າງໝັ້ນຄົງ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)  

ໃນຂອບເຂດກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ຄັ້ງທີ 24, ຕອນບ່າຍວັນທີ 06 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກະຊວງອຸດສາຫະກຳການຄ້າ ແລະ ກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ ຈັດເວທີປາໄສວິສາຫະກິດ ຫວຽດນາມ - ລັດເຊຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ເນັ້ນໜັກວ່າ:

“ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ ແລະ ເສດຖະກິດໃຫ້ຫຼາຍກວ່າ, 2 ຝ່າຍຈະກະກຽມສ້າງລະບົບເຊື່ອມຕໍ່ເຊິ່ງກັນ ແລະ ກັນ, ສ້າງອະນາຄົດຢ່າງໝັ້ນຄົງ. ຍາມໃດ ຫວຽດນາມ ຈະສ້າງທຸກເງື່ອນໄຂກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ນິຕິກຳ ແລະ ພິເສດ, ພວກຂ້າພະເຈົ້າກໍ່ສືບຕໍ່ສ້າງການປະຕິຮູບລະບຽບການບໍລິຫານໃຫ້ແກ່ວິສາຫະກິດຕ່າງປະເທດເວົ້າລວມ ແລະ ວິສາຫະກິດ ລັດເຊຍ ແລະ ຫວຽດນາມ ໃຫ້ສົມບູນແບບ ເພື່ອສືບຕໍ່ພັດທະນາໃນໄລຍະຈະມາເຖິງ”.

ສ່ວນທ່ານຮອງນາຍົກລັດຖະມົນຕີລັດເຊຍ Dmirty Chernyshenko ຢືນຢັນບຸລິມະສິດແຖວໜ້າຂອງສະຫະພັນ ລັດເຊຍ ແມ່ນພັດທະນາພື້ນຖານເສດຖະກິດເປີດ, ໜູນຊ່ວຍວິສາຫະກິດດຳເນີນທຸລະກິດຢ່າງເສລີ. ລັດເຊຍ ໃຫ້ບຸລິມະສິດມຸ່ງໄປເຖິງການພັດທະນາໃໝ່ໃນຂົງເຂດວິທະຍາສາດ, ການສຶກສາ, ເຕັກໂນໂລຊີດີຈີຕອນ, ທ່ອງທ່ຽວ ແລະ ພ້້ອມແລ້ວຈະແບ່ງປັນບັນດາຜົງານຄື ເຕັກໂນໂລຊີໃນຂົງເຂດນີ້ ຢູ່ໃນບັນດາໂຄງການລວມຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top