• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການພົວພັນຮ່ວມມື ຫວຽດນາມ - ອັງກິດ ໃຫ້ຂຶ້ນສູ່ລະດັບສູງໃໝ່ຢ່າງຮອບດ້ານ

ຄາດວ່າ, 2 ຝ່າຍຈະລົງນາມ ແລະ ຮັບຮອງເອົາເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິນຮຸ່ງ (ພາບ: TTXVN)

ກ່ອນດຳເນີນການໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 28 – 30 ຕຸລາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິນຮຸ່ງ ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ພວມພັດທະນາຢ່າງດີງາມທີ່ສຸດລະຫວ່າງ 2 ປະເທດ.

        ທ່ານໃຫ້ຮູ້ວ່າ ຄາດວ່າ, 2 ຝ່າຍຈະລົງນາມ ແລະ ຮັບຮອງເອົາເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ. ມີຫຼາຍຂໍ້ຕົກລົງຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ແລະ ວິສາຫະກິດ 2 ປະເທດກໍ່ໄດ້ຮັບການລົງນາມໃນຄັ້ງນີ້, ເປີດໂອກາດຢ່າງໃຫຍ່ຫຼວງໃນບັນດາຂົງເຂດທີ່ ອັງກິດ ມີທ່າແຮງ ແລະ ສອດຄ່ອງກັບການກຳນົດທິດການພັດທະນາຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນຫຼັກ​ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

Top