• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍື່ນສະເໜີກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາ ແຫ່ງຊາດ ຊຸດທີ 15

ຕໍ່ໜ້າການສະເໜີຂອງລັດຖະບານທີ່ຍັງບໍ່ທັນຍື່ນສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 15, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ສະເໜີເລື່ອນໄປກອງປະຊຸມສະໄໝໜຶ່ງ ແລະ ຍື່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເທື່ອທີ່ 4, ຈາກນັ້ນຈະມີບາດກ້າວເດີນ ຕໍ່ໄປ.
  ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດີ້ງ ກ່າວຄຳເຫັນ  

 ໂດຍສືບຕໍ່ໂຄງການດຳເນີນງານກອງປະຊຸມຄັ້ງທີ 10, ຕອນເຊົ້າວັນທີ 16 ເມສາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງໂຄງການສ້າງກົດໝາຍ,ລັດຖະບັນຍັດປີ 2023, ປັບປຸງໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດໃນປີ 2022. ໃບຍື່ນສະເໜີ ຂອງລັດຖະບານທີ່ສະເໜີນຳຮ່າງກົດໝາຍ 15 ສະບັບເຂົ້າໃນແຜນງານປີ 2023. ລະອຽດແມ່ນ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຄາດວ່າຈະພິຈາລະນາຮ່າງກົດໝາຍ 9 ສະບັບ.   ສ່ວນທີ່ກອງປະຊຸມຄັ້ງທີ 6 ຈະພິຈາລະນາຮ່າງກົດໝາຍ 4 ສະບັບ ແລະ ປະກອບຄຳເຫັນໃສ່ບັນດາບັນຫາທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍສຳເນົາ ເອກະສານ (ສະບັບປັບປຸງ); ກົດໝາຍວ່າດ້ວຍ ການປະກັນສັງຄົມ (ສະບັບປັບປຸງ).

ຕໍ່ໜ້າການສະເໜີຂອງລັດຖະບານທີ່ຍັງບໍ່ທັນຍື່ນສະເໜີຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ກອງປະຊຸມຄັ້ງທີ 3 ສະພາແຫ່ງຊາດຊຸດທີ 15, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ສະເໜີເລື່ອນໄປກອງປະຊຸມສະໄໝໜຶ່ງ ແລະ ຍື່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດເທື່ອທີ່ 4,  ຈາກນັ້ນຈະມີບາດກ້າວເດີນ ຕໍ່ໄປ.

ທີ່ວາລະປະຊຸມເມື່ອຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top