• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່​ປຸ່ນ​ເຊື່ອໝັ້ນ​ວ່າ ຫວຽດ​ນາມ ຈະ​ມີ​ການ​ປະ​ກອ​ບ​ສ່ວນ​​ທີ່​ດີໃຫ​້​ແກ່​ສະ​ພ​າ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊ​າດ

ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ໃກ້ຊິດ ແລະ ມີຄວາມສຳຄັນທີ່ສຸດສຳລັບຍີ່ປຸ່ນ ແລະ ສອງປະເທດຍັງແມ່ນຄູ່ຮ່ວມມືຍຸດທະສາດອີກດ້ວຍ. ເພາະສະນັ້ນ, ສອງຝ່າຍລ້ວນແຕ່ຢາກຊ່ວຍເຫຼືອ, ສະໜັບສະໜຸນກັນໃນບັນດາບັນຫາສາກົນ.

ທ່ານ Koro Bessho, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຍີ່ປຸ່ນ ປະຈຳ ສະຫະປະຊາຊາດ (ພາບ:gettyimage)

ວັນທີ 3 ມິຖຸນາ, ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ໄດ້ສຳພາດທ່ານ Koro Bessho, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຍີ່ປຸ່ນ ປະຈຳ ສະຫະປະຊາຊາດກ່ຽວກັບບັນດາບົດຮຽນຂອງຍີ່ປຸ່ນໃນການແກ້ໄຂບັນດາສິ່ງທ້າທາຍໃນຊຸມປີທີ່ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ກໍ່ຄືແງ່ຫວັງຂອງຍີ່ປຸ່ນ ແລະ ບັນດາປະເທດ ອາຊີ ສຳລັບ ຫວຽດນາມ ຖ້າຫາກວ່າ ຫວຽດນາມໄດ້ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດພາຍຫຼັງການປ່ອນບັດໃນວັນທີ 7 ມິຖຸນາ ຈະມາເຖິງ.

ທ່ານ Koro Bessho ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນຢ່າງແນວແນ່ວ່າ ຫວຽດນາມຈະໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ ແລະ ມີຄວາມສຳຄັນທີ່ສຸດສຳລັບຍີ່ປຸ່ນ ແລະ ສອງປະເທດຍັງແມ່ນຄູ່ຮ່ວມມືຍຸດທະສາດອີກດ້ວຍ. ເພາະສະນັ້ນ, ສອງຝ່າຍລ້ວນແຕ່ຢາກຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນແລະກັນພິເສດໃນບັນດາບັນຫາສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top