• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ສະເໜີ ຈີນ ຢຸດຕິບັນດາການເຄື່ອນໄຫວຢູ່ອ້ອມໝູ່ເກາະທີ່ເກີີດການຂັດແຍ້ງກັນຢູ່ທະເລຮວາຕຸງ

      ຈີນ ຕ້ອງຢຸດຕິບັນດາການເຄື່ອນໄຫວຢູ່ອ້ອມໝູ່ເກາະທີ່ເກີດການຂັດແຍ້ງກັນຢູ່ທະເລຮວາຕຸງ ເຊິ່ງປັດຈຸບັນໂດຍ ຍີ່ປຸ່ນ ຄວບຄຸມ ແລະ ໄດ້ເອີ້ນວ່າ Senkaku, ໃນຂະນະທີ່ ຈີນ ກໍຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ້. 

ໝູ່ເກາະທີ່ເກີດການຂັດແຍ້ງກັນຢູ່ທະເລຮວາຕຸງ ເຊິ່ງປັດຈຸບັນໂດຍ ຍີ່ປຸ່ນ ຄວບຄຸມ ແລະ ໄດ້ເອີ້ນວ່າ Senkaku,
ໃນຂະນະທີ່ ຈີນ ກໍຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ້ (ພາບ: Kyodo/TTXVN)
      ນີ້ແມ່ນເນື້ອໃນທີ່ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Taro Kono ໄດ້ເຕື້ອງເຖິງໃນການພົບປະສອງຝ່າຍ ກັບທ່ານເອກອັກຄະລັດຖະທູດ ຈີນ ປະຈໍາ ຍີ່ປຸ່ນ ໂຂງແຊ໊ວນອ້ຽວ ຢູ່ສໍານັກງານກະຊວງປ້ອງກັນປະເທດ ຫວ່າງມໍ່ໆມານີ້.
            ທ່ານລັດຖະມົນຕີ Taro Kono ກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທໍາຂອງ ຈີນ ເມື່ອເດືອນແລ້ວນີ້ ຢູ່່ເຂດທະເລດັ່ງກ່າວ, ຍີ່ປຸ່ນ ກ່າວຫາບັນດາກໍ່າປັ່ນຂອງ ຈີນ ວ່າ ໄດ້ລວງລໍາເຂດນ່ານນໍ້າຂອງປະເທດນີ້ຢູ່ອ້ອມແອ້ມໝູ່ເກາະ Senkaku ຢ່າງລຽນຕິດ.
(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top