ວັນທີ 09 ພະຈິກ, ເຈົ້າໜ້າທີ່ທ່ານໜຶ່ງຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ: ບັນດາລັດຖະມົນຕີຂອງ 11 ປະເທດທີ່ລົງນາມໃນສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ບັນລຸໄດ້ຂໍ້ຕົກລົງບົນຫຼັກການ ແນໃສ່ຊຸກຍູ້ການປະຕິບັດສັນຍາ.
ການກະທຳນີ້ ດຳເນີນໄປພາຍຫລັງ ອາເມລິກາ ຖອນອອກຈາກ TPP ເປັນເວລາ 9 ເດືອນ.
ທ່ານ Toshimitsu Motegi ລັດຖະມົນຕີຮັບຜິດຊອບບັນດາການເຈລະຈາ TPP ຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ: ບັນດາລັດຖະມົນຕີ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວຢູ່ນອກເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ດຳ ເນີນຢູ່ນະຄອນ ດ່າໜັງ, ປະເທດ ຫວຽດນາມ. ຂໍ້ມູນຂ່າວດັ່ງກ່າວ ໄດ້ຍົກອອກມາໃນສະພາວະທີ່ ຍີ່ປຸ່ນ, ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ສຸດໃນ TPP ຖັດຈາກ ອາເມລິກາ, ໄດ້ນຳໜ້າໃນການ “ຟື້ນຟູ” TPP ພາຍຫລັງທ່ານປະທານາທິບໍດີ Donald Trump ຖອນ ອາເມລິກາ ອອກຈາກຂໍ້ຕົກລົງດັ່ງກ່າວ ເມື່ອເດືອນ ມັງກອນ ປີ 2017.

(ແຫຼ່ງຄັດຈາກ VOV)