• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດ ຫວຽດນາມ ກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະ ການກະທຳ

ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງເຂັ້ມງວດ, ຄົບຖ້ວນ
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ເຂົ້າຮ່ວມ ແລະ ເປັນນັກປະຖະກະຖາຕົ້ນຕໍ່ທີ່ວາລະປຶກສາຫາລື (ພາບ:TTXVN)

ຕອນບ່າຍວັນທີ 08 ຕຸລາ, ໃນຂອບເຂດກອງປະຊຸມ Hamburg ກ່ຽວກັບການພັດທະນາແບບຍືນຍົງ (HSC) ຈັດຂຶ້ນຢູ່ນະຄອນ Hamburg, ສ.ເຢຍລະມັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶກເຟິກ ໄດ້ເຂົ້າຮ່ວມ ແລະ ເປັນນັກປະຖະກະຖາຕົ້ນຕໍ່ທີ່ວາລະປຶກສາຫາລືກ່ຽວກັບ “ການສ້າງໂຄງປະກອບລະບົບເສດະກິດຄືນໃໝ່ເພື່ອອະນາຄົດແບບຍືນຍົງ”.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ການກະທຳ, ມານະພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນງານດ້ານເສດຖະກິດໄດ້ນຳມາໃຫ້ບັນດາການຫັນປ່ຽນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາ ແລະ ຄວາມຍຸຕິທຳໃນສັງຄົມ, ປົວແປງຊີວິການເປັນຢູ່ຂອງປະຊາຊົນ ແລະ ພັດທະນາຕາມທິດສີຂຽວກວ່າ ແລະ ຍືນຍົງກວ່າ. ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງເຂັ້ມງວດ, ຄົບຖ້ວນ, ໂດຍສະເພາະແມ່ນບັນລຸລະດັບການປ່ອຍອາຍພິດລົງ 0 ໃນປີ 2050 ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ແລະ ປາດຖະໜາຢາກໄດ້ຮັບການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາຄູ່ຮ່ວມມືສາກົນ.

(ແຫຼ່ງຄັດຈາກ VOV)

ຍ້ອງ​ຍໍ​ສັນ​ລະ​ເສີນ​ກຳ​ມະ​ກອນ​ຫວຽດ​ນາມ​ດີ​ເດັ່ນ 10 ຄົນ​ໃນ​ທົ່ວ​ປະ​ເທດ ປີ 2026

ຍ້ອງ​ຍໍ​ສັນ​ລະ​ເສີນ​ກຳ​ມະ​ກອນ​ຫວຽດ​ນາມ​ດີ​ເດັ່ນ 10 ຄົນ​ໃນ​ທົ່ວ​ປະ​ເທດ ປີ 2026

ຕອນ​ຄ່ຳ​ວັນ​ທີ 24 ຕຸ​ລາ ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ​ສັນ​ລະ​ເສີນ ກຳ​ມະ​ກອນ ຫວຽດ​ນາມ​ດີ​ເດັ່ນ ທົ່ວ​ປະ​ເທດ​ປີ 2026.

Top