ລັດຖະບານໃຫ້ຂໍ້ສັງເກດວ່າ, ໃນໄລຍະຈະມາເຖິງ, ສະພາບການໂລກທີ່ສືບຕໍ່ມີການຜັນແປຢ່າງສັບສົນ, ປະສົບກັບຄວາມຫຍຸ້ງຍາກຍາດທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ສິ່ງທ້າທາຍຫຼາຍກວ່າ ກາລະໂອກາດ, ຄວາມສະດວກ, ສ້າງກຳລັງກົດດັນຕໍ່ການຊີ້ນຳນຳພາ, ບໍລິຫານການພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ຕ້ອງມານະພະຍາຍາມຢ່າງສຸດຂີດເພື່ອປະຕິບັດສຳເລັດບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມ ປີ 2025.
ຈັດຕັ້ງຜັນຂະຫຍາຍມະຕິສະບັບຕ່າງໆຂອງກົມການເມືອງຢ່າງມີປະສິດທິຜົນ, ສຸມແຫຼ່ງກຳລັງສ້າງລະບອບລະບຽບການໃຫ້ສົມບູນແບບ
ກຸ່ມໜ້າທີ່ທຳອິດທີ່ໄດ້ເຕື້ອງເຖິງໃນມະຕິເລກທີ 205/NQ-CP ແມ່ນຕ້ອງຜັນຂະຫຍາຍມະຕິສະບັບຕ່າງໆຂອງກົມການເມືອງກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນແຫ່ງຊາດຢ່າງມີປະສິດທິຜົນ; ສ້າງ ແລະ ປະຕິບັດກົດໝາຍ; ເຊື່ອມໂຍງເຂົ້າກັບສາກົນ; ພັດທະນາເສດຖະກິດເອກະຊົນ. ໃນນັ້ນ, ເປັນໜ້າສົນໃຈແມ່ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຕ້ອງເປັນຫົວໜ່ວຍຮັບຜິດຊອບ, ສົມທົບກັບບັນດາອົງການ, ທ້ອງຖິ່ນສ້າງແຜນຮ່າງພັດທະນາ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນພະນັກງານນັກຊ່ຽວຊານແຖວໜ້າໃນຂະແໜງຮັບໃຊ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີໃນເດືອນ ກັນຍາ ປີ 2025.
ກະຊວງພາຍໃນ, ກະຊວງສຶກສາ ແລະ ບຳລຸງສ້າງຕ້ອງສ້າງກົນໄກ, ນະໂຍບາຍດຶງດູດແຫຼ່ງຊັບພະຍາກອນມະນຸດ, ຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳຢູ່ພາຍໃນ ແລະ ຕ່າງປະເທດ; ຍື່ນສະເໜີ ດຳລັດວ່າດ້ວຍນະໂຍບາຍທຶນການສຶກສາສຳລັບຜູ້ຮຽນບັນດາຂະແໜງວິທະຍາສາດພື້ນຖານ, ເຕັກນິກເປັນໄລກອນ ແລະ ເຕັກໂນໂລຢີຍຸດທະສາດຕໍ່ລັດຖະບານພາຍໃນເດືອນກໍລະກົດ.
ກ່ຽວກັບລະບອບລະບຽບການ, ລັດຖະບານຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ກໍຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕ້ອງສຸມແຫຼ່ງກຳລັງສ້າງລະບອບລະບຽບການ, ກົດໝາຍ ຕິດພັນກັບການສັບຊ້ອນຫົວໜ່ວຍບໍລິຫານທຸກຂັ້ນ ແລະ ກົງຈັກການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ໃຫ້ສົມບູນແບບ, ຮັບປະກັນຄວາມລຸລ່ວງ ແລະ ມີປະສິດທິຜົນ. ເມື່ອກ່າວຄຳເຫັນໃນການເຮັດວຽກກັບການນຳບັນດາແຂວງ, ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບສະພາບການ, ໝາກຜົນຜັນຂະຫຍາຍບັນດາມະຕິຂອງສູນກາງ, ວັນທີ 13 ກໍລະກົດ, ຢູ່ ເກີ່ນເທີ, ທ່ານນາງ ຟ້າມທິແທັງຈ່າ ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຊີ້ແຈ້ງວ່າ:
“ປະທານຄະນະກຳມະການປະຊາຊົນແຂວງ ຕ້ອງປະກາດໃຊ້ພາລະ, ໜ້າທີ່, ສິດອຳນາດຂອງບັນດາອົງການວິຊາການຂຶ້ນກັບຄະນະກຳມະການປະຊາຊົນຂັ້ນແຂວງ. ຄະນະກຳມະການປະຊາຊົນຂັ້ນຕາແສງຕ້ອງປະກາດໃຊ້ພາລະ, ໜ້າທີ່, ສິດອຳນາດຂອງຄະນະກຳມະການປະຊາຊົນຂັ້ນຕາແສງ. ໃຫ້ຄວາມເອົາໃຈໃສ່ເຖິງພື້ນຖານໂຄງລ່າງດ້ານເຕັກນິກ, ເພື່ອຮັບປະກັນຢ່າງຄົບຊຸດ ແລະ ເປັນເອກະພາບຂອງລະບົບພື້ນຖານໂຄງລ່າງພາຍຫຼັງເມື່ອສັບຊ້ອນບັນດາທ້ອງຖິ່ນເປັນເອກະພາບ. ໂດຍສະເພາະແມ່ນພື້ນຖານໂຄງລ່າງຂັ້ນຕາແສງ ເພື່ອຮັບປະກັນການແກ້ໄຂລະບອບລະບຽບການບໍລິຫານ.”
ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ
ລັດຖະບານຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດຂໍ້ຕົກລົງກ່ຽວກັບການຈັດແບ່ງ, ປ່ອຍເງິນລົງທຶນສາທາລະນະປີ 2025 ຢ່າງເຂັ້ມງວດ. ມອບຄາດໝາຍປ່ອຍເງິນລົງທຶນປະຈຳເດືອນເຖິງເຈົ້າຂອງລົງທຶນແຕ່ລະຄົນ; ດັດປັບເງິນລົງທຶນຈາກໂຄງການປ່ອຍເງິນຊ້າ ຫຼື ບໍ່ມີຄວາມສາມາດປ່ອຍເງິນ ມາຍັງໂຄງການປ່ອຍເງິນດີ, ມີຄວາມຕ້ອງການເພີ່ມເງິນລົງທຶນຢ່າງທັນການ; ຕັດສິນໃຈປ່ອຍເງິນບັນລຸ 100% ແຜນການເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍ.
ໄປຄຽງຄູ່ກັນນັ້ນແມ່ນການເພີ່ມລະດັບຄວາມໄວ, ສຸມໃສ່ສ້າງ, ປະຕິບັດ, ລະດົມເງິນລົງທຶນທົ່ວສັງຄົມຂອງປີນີ້ ໃຫ້ເພີ່ມຂຶ້ນແຕ່ 11 – 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສຳຫຼວດກວດຄືນບັນດາໂຄງການ, ກິດຈະກຳທີ່ມີເງື່ອນໄຂຢ່າງພຽງພໍ ເພື່ອລົງມືກໍ່ສ້າງ ຫຼື ເປີດສະຫຼອງນຳໃຊ້ໃນວັນທີ 19 ສິງຫາ ຈະມາເຖິງ.
ໂດຍຖືການຊຸກຍູ້ການຜະລິດອຸດສາຫະກຳ, ເພີ່ມທະວີການສົ່ງເສີມການຄ້າ, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງຄວາມຕ້ອງການ ແລະ ການສະໜອງຢູ່ພາຍໃນປະເທດ ແມ່ນປັດໄຈສຳຄັນເພື່ອຊຸກຍູ້ການເຕີບໂຕນັ້ນ, ລັດຖະບານ ຮຽກຮ້ອງໃຫ້ສືບຕໍ່ສຳຫຼວດກວດຄືນ, ດັດປັບບັນດາກົນໄກ, ນະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ສິນເຊື່ອ, ສ້າງກຳລັງໜູນໂດຍກົງໃຫ້ແກ່ບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງຈຸດສຸມ; ເປີດກວ້າງການລົງທຶນເຂົ້າໃນການຜະລິດ, ດຳເນີນທຸລະກິດ, ສ້າງກຳລັງຄວາມສາມາດຜະລິດໃໝ່, ຮັບປະກັນການສະໜອງສິນຄ້າທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດ ແລະ ສົ່ງອອກ.
ຫວຽດນາມ ກໍຈະສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການຈຳໜ່າຍສິນຄ້າຜ່ານແອັບດີຈີຕອນ, ຊ່ວຍສະໜອງຂໍ້ມູນຂ່າວສານກ່ຽວກັບຕະຫຼາດ, ໃຫ້ຄຳປຶກສາກ່ຽວກັບນິຕິກຳໃຫ້ແກ່ວິສາຫະກິດເພື່ອອຳນວຍຄວາມສະດວກໃຫ້ແກ່ຕະຫຼາດພາຍໃນປະເທດ; ຍູ້ແຮງບັ້ນຂົນຂວາຍ “ຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ”.
ເພື່ອປະຕິບັດສຳເລັດເປົ້າໝາຍພັດທະນາປີ 2025, ຫວຽດນາມ ຕ້ອງລະດົມກຳລັງແຮງສັງລວມໃນທຸກຂົງເຂດ. ດ້ວຍຈິດໃຈຮີບເຮັ່ງ, ຂ້ຽວຂາດພວມແຜ່ກະຈາຍໃນທົ່ວລະບົບເພື່ອໃຫ້ ຫວຽດນາມ ບໍ່ພາດໂອກາດພັດທະນາ, ໝູນໃຊ້ເຂດພັດທະນາໃໝ່, ຊຸກຍູ້ການເຕີບໂຕໃນໄຕມາດທີ III ແລະ ທັງປີນີ້ໃນທັນທີ./.