ນັບແຕ່ວັນທີ 01 ສິງຫາ, ອາເມລິກາ ຈະຈັດວາງອັດຕາພາສີ 30% ສຳລັບສິນຄ້າຂອງ ສະຫະພາບເອີຣົບ (EU) ແລະ ເມັກຊີໂກ ທີ່ນຳເຂົ້າປະເທດນີ້. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີໃໝ່ນີ້ ໃນຈົດໝາຍທີ່ຝາກເຖິງຜູ້ຕາງໜ້າ EU ແລະ ອຳນາດການປົກຄອງ ເມັກຊີໂກ ໃນວັນທີ 12 ກໍລະກົດ ກໍ່ຄືໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social.
ລົດບັນທຸກ ເມັກຊີໂກ ພວມຂ້າມຊາຍແດນ Zaragoza-Ysleta ຢູ່ Ciudad Juarez, ເມັກຊີໂກ ເພື່ອຂົນສົ່ງສິນຄ້າເຂົ້າເມືອງ ອາເມລິກາ ໃນວັນທີ 12/7/2025 (ພາບ: REUTERS/Jose Luis Gonzalez)
ໃນຈົດໝາຍຝາກເຖິງທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC), ທ່ານປະທານາທິບໍດີ ອາເມລິກາ ກ່າວເຕືອນວ່າ ຈະເພີ່ມອັດຕາພາສີ ຖ້າຫາກວ່າ EU ເພີ່ມອັດຕາພາສີສຳລັບສິນຄ້າຂອງ ອາເມລິກາ ຫຼື ມີບັນດາມາດຕະການໂຕ້ຕອບອື່ນ. ພ້ອມດຽວກັນນັ້ນ, ການນຳ ອາເມລິກາ ຮຽກຮ້ອງໃຫ້ EU ເປີດປະຕູຕະຫຼາດການຄ້າສຳລັບ ອາເມລິກາ ກໍຄື ຍົກເລີກບັນດານະໂຍບາຍພາສີອາກອນ ແລະ ປອດພາສີອາກອນ ແລະ ຮົ້ວກີດຂວາງດ້ານການຄ້າ, ແທນທີ່ນັ້ນ, ອາເມລິກາ ຈະພິຈາລະນາດັດປັບອັດຕາພາສີຕາມສະພາບການຂອງການພົວພັນສອງຝ່າຍ.
ໃນຂະນະນັ້ນ, ໃນຈົດໝາຍຝາກເຖິງທ່ານນາງ Claudia Sheinbaum ປະທານາທິບໍດີ ເມັກຊີໂກ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ລະດັບອັດຕາພາສີ 30% ໄດ້ຮັບການຈັດວາງ ຍ້ອນວ່າ ເມັກຊີໂກ ບໍ່ໃຫ້ການສົມທົບຢ່າງພຽງພໍເພື່ອສະກັດກັ້ນບັນດາກຸ່ມອາດຊະຍາກຳຢາເສັບຕິດ ແລະ fenanyl ເຂົ້າຕະຫຼາດ ອາເມລິກາ; ພ້ອມດຽວກັນນັ້ນ, ການຂາດດຸນການຄ້າຈາກບັນດານະໂຍບາຍພາສີອາກອນ ແລະ ປອດພາສີ ແລະ ຮົ້ວກີດຂວາງດ້ານການຄ້າຂອງ ເມັກຊີໂກ ກໍແມ່ນໄພນາບຂູ່ໃຫຍ່ສຳລັບພື້ນຖານເສດຖະກິດ ແລະ ຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. ເຖິງຢ່າງໃດກໍຕາມ, ທ່ານ Trump ກໍໃຫ້ຮູ້ວ່າ ຈະພິຈາລະນາການດັດປັບອັດຕາພາສີດັ່ງກ່າວ ຖ້າຫາກວ່າ ເມັກຊີໂກ ແກ້ໄຂໄດ້ບັນດາຄວາມວິຕົກກັງວົນຂອງ ອາເມລິກາ.
(ແຫຼ່ງຄັດຈາກ VOV)