• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ສິດ​ເສີມ​ທາດ urani

ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ບໍ່ມີວັນຍົກເລີກສິດເສີມທາດ urani ອອກຈາກໂຄງການພັດທະນານິວເຄຼຍພົນລະເຮືອນ ຍ້ອນສັນຕິພາບຂອງຕົນ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ພາບ: WANA)

ໂດຍບໍ່ຫົວຊາຕໍ່ບັນດາໄພນາບຂູ່ຢ່າງລຽນຕິດຈາກຝ່າຍ ອາເມລິກາ ແລະ ອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ບໍ່ມີວັນຍົກເລີກສິດເສີມທາດ urani ອອກຈາກໂຄງການພັດທະນານິວເຄຼຍພົນລະເຮືອນ ຍ້ອນສັນຕິພາບຂອງຕົນ. ຖະແຫຼງການໄດ້ຍົກອອກມາໃນການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກັບບັນດານັກການທູດສາກົນ ທີ່ດຳເນີນຢູ່ນະຄອນຫຼວງ ເຕເຮຣານ ໃນຕອນບ່າຍວັນທີ 12 ກໍລະກົດ.

ທ່ານ Abbas Araghchi ຊີ້ແຈ້ງວ່າ ບໍ່ວ່າຂໍ້ຕົກລົງນິວເຄຼຍໃໝ່ໃດກໍຕ້ອງເຄົາລົບສິດເສີມທາດ urani ເພື່ອຮັບໃຊ້ບັນດາຈຸດປະສົງສັນຕິພາບຂອງ ອີຣານ ທີ່ໄດ້ກຳນົດໃນສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT). ຕາມນັ້ນແລ້ວ, ອີຣານ ຈະບໍ່ເຂົ້າຮ່ວມບັນດາຂໍ້ຕົກລົງທີ່ບໍ່ຮັບປະກັນສິດເສີມທາດ urani ຂອງ ເຕເຮຣານ.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top