• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊ​ຸກ​ຍູ້ກາ​ນ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ຢູ​ແກຼ​ນ ໃນຫຼາຍ​ຂົງ​ເຂດ

ທ່ານ ຫງວຽນຮ່ົງແທັກ ຫາກໍ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ, ສານຕາຕັ້ງຕໍ່ທ່ານ Yevheniy Yenin ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ.

ທ່ານ ຫງວຽນຮ່ົງແທັກ ຍື່ນສານຕາຕັ້ງຕໍ່ທ່ານ Yevheniy Yenin ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ (ພາບ: ນັກຂ່າວ VOV ປະຈຳ ລັດເຊຍ)

ໃນວັນທີ 16 ທັນວາ, ທ່ານ ຫງວຽນຮ່ົງແທັກ ຫາກໍ່ໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ, ໄດ້ຍື່ນສານຕາຕັ້ງຕໍ່ທ່ານ Yevheniy Yenin ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ. ໃນການຕ້ອນຮັບທ່ານ ຫງວຽນຮ່ົງແທັກ, ທ່ານ Yevheniy ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຢູແກຼນ ແລະ ຫວຽດນາມ ໃນໄລຍະຜ່ານມາ, ທັງ ສອງຝ່າຍ ແລະ ຫຼາຍຝ່າຍ.

       ທ່ານ ຫງວຽນຮ່ົງແທັກ ຄຳໝັ້ນສັນຍາວ່າໃນອາຍຸການປະຕິບັດງານຂອງຕົນຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ, ອົງການທີ່ກ່ຽວຂ້ອງ ແລະ ວິສາຫະກິດ ຢູແກຼນ ເພີ່ມທະວີການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ. ທ່ານ ຫງວຽນຮ່ົງແທັກ ກໍ່ສະເໜີໃຫ້ ຢູແກຼນ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຢູແກຼນ ປະກອບສ່ວນເຂົ້າໃນກິດຈະການພັດທະນາເສດຖະກິດ, ສັງຄົມຂອງ ຢູແກຼນ ໃຫ້ຫຼາຍກວ່າອີກ, ສືບຕໍ່ເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top