• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ສິງກະໂປ

      ການຮ່ວມສຳພັນລະຫວ່າງນະຄອນ ໂຮ່ຈີມິນ ກັບ ສິງກະໂປ ຈະໄດ້ຮັບການຍົກສູງຂຶ້ນ ແລະ ປັບປຸງໃຫ້ແໜ້ນແຟ້ນກວ່າອີກ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ  ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດວັນຊາດສາທາລະນະລັດສິງກະໂປ ຄົບຮອບ 54 ປີ (ພາບ: hcmcpv.org.vn) 
      ວັນທີ 7 ສິງຫາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດວັນຊາດສາທາລະນະລັດສິງກະໂປ (9/8/1965-9/8/2019)ຄົບຮອບ 54 ປີ ເຊິ່ງເປັນເຫດການປະຫວັດສາດທີ່ສະແດງເຖິງນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈີມິນແລະປະຊາຊົນສິງກະໂປ.
        ກ່າວຄຳອວຍພອນເນື່ອງໃນໂອກາດວັນຊາດສາທາລະນະລັດສິງກະໂປ, ທ່ານດິ້ງຄັ໊ກຢຸຍ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ສິງກະໂປນະຄອນໂຮ່ຈີມິນ, ສະແດງຄວາມເຊື່ອໝັ້ນວ່າການຮ່ວມສຳພັນລະຫວ່າງນະຄອນ ໂຮ່ຈີມິນ ກັບ ສິງກະໂປ ຈະໄດ້ຮັບການຍົກສູງຂຶ້ນ ແລະ ປັບປຸງໃຫ້ແໜ້ນແຟ້ນກວ່າອີກ, ພິເສດແມ່ນໃນຂົງເຂດການຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ, ສຶກສາທິການແລະການພົບປະແລກປ່ຽນລະຫວ່າງປະຊາຊົນ.
        ທ່ານ Roy Kho, ຫົວໜ້າກົງສູນໃຫ່ຍສິງກະໂປປະຈຳນະຄອນໂຮ່ຈີມີນ, ໄດ້ກ່າວຄຳຂອບໃຈຕໍ່ອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO)  ທີ່ໄດ້ຈັດພິທີທີ່ເຕັມໄປດ້ວຍຄວາມໝາຍ, ແລະທ່ານໄດ້ຢັ້ງຢືນວ່າສິງກະໂປຍາມໃດກໍ່ຖືຫວຽດນາມເປັນຄູ່ຮ່ວມມືແລະເປັນເພື່ອນຮັກທີ່ສະໜິດສະໜົມແລະປາດຖະໜາຢາກສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ./.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top