• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການລົງທຶນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພ້ອມກັນພັດທະນາ ແລະ ສ້າງສັນ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຫວັງວ່າ ປະຊາຄົມວິສາຫະກິດ ຍີ່ປຸ່ນ ຈະສືບຕໍ່ເຊື່ອໝັ້ນ ຫວຽດນາມ, ເລືອກເອົາ ຫວຽດນາມ ແລະ ພ້ອມກັບ ຫວຽດນາມ ພັດທະນາແບບຍາວນານ, ຍືນຍົງ ແລະ ວັດທະນາຖາວອນ.
  ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວ​ຄຳ​ເຫັນທີ່​ການ​ເຮັດ​ວຽກ. (ພາບ: VNA)  

ຕອນເຊົ້າວັນທີ 06 ກັນຍາ, ທີ່ນະຄອນ ເຫວ້, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ເປັນປະທານ​ການເຮັດວຽກກັບ​ບັນ​ດາວິສາຫະກິດ ຍີ່ປຸ່ນ ໃນຂອບເຂດເວທີປາໄສຮ່ວມມືທ້ອງຖິ່ນ ຫວຽດນາມ-ຍີ່ປຸ່ນ 2026 ໂດຍກະຊວງການຕ່າງປະເທດ ຫວຽດ​ນາມ, ນະຄອນເຫວ້ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຮ່ວມກັນຈັດຂຶ້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ໃຫ້ຮູ້ວ່າ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ຝ່າຍ ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືຕື່ມອີກ ເພື່ອໃຫ້ວິສາຫະກິດ 2 ປະເທດ​ພ້ອມ​ກັນຮ່ວມ​ເດີນ​ທາງ, ປະກອບສ່ວນເຂົ້າໃນວິ​ວັດ​ທະ​ນາ​ການຫັນເປັນທັນສະໄໝ ແລະ ປະ​ຕິ​ບັດເປົ້າໝາຍເຕີບເສດຖະກິດຂອງ ຫວຽດນາມ.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນ​ຮຶງ ຫວັງວ່າ ປະຊາຄົມວິສາຫະກິດ ຍີ່ປຸ່ນ ຈະສືບຕໍ່​ເຊື່ອໝັ້ນ​ ຫວຽດນາມ, ເລືອກເອົາ ຫວຽດນາມ ແລະ ພ້ອມ​ກັບ ຫວຽດນາມ ພັດທະນາແບບຍາວນານ, ຍືນຍົງ​ ແລະ ວັດ​ທະ​ນາ​ຖາ​ວອນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຊຸກຍູ້ການພົວພັນລົງທຶນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ຫັນ​ຈາກ​ການພົວພັນລະຫວ່າງ "ນັກລົງທຶນ ແລະ ສະຖານທີ່ລົງທຶນ" ໄປສູ່ການ​ພົວ​ພັນ​ຄູ່ຮ່ວມມື​ພ້ອມ​ກັນພັດທະນາ ແລະ ​ພ້ອມ​ກັນສ້າງສັນ, ​ພ້ອມ​ກັນຄົ້ນຄວ້າ, ​ພ້ອ​ມ​ກັນ​ປ່ຽນ​ແປງ​ໃໝ່ຢ່າງປະ​ດິດ​ຄິດ​ສ້າງ, ​ພ້ອມ​ກັນຜະລິດ ແລະ ພ້ອມ​ກັນເຂົ້າຮ່ວມຢ່າງມີປະສິດທິ​ຜົນ, ຢືນຢັນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

Top