ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຫວັງວ່າ ປະຊາຄົມວິສາຫະກິດ ຍີ່ປຸ່ນ ຈະສືບຕໍ່ເຊື່ອໝັ້ນ ຫວຽດນາມ, ເລືອກເອົາ ຫວຽດນາມ ແລະ ພ້ອມກັບ ຫວຽດນາມ ພັດທະນາແບບຍາວນານ, ຍືນຍົງ ແລະ ວັດທະນາຖາວອນ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວຄຳເຫັນທີ່ການເຮັດວຽກ. (ພາບ: VNA)
ຕອນເຊົ້າວັນທີ 06 ກັນຍາ, ທີ່ນະຄອນ ເຫວ້, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບບັນດາວິສາຫະກິດ ຍີ່ປຸ່ນ ໃນຂອບເຂດເວທີປາໄສຮ່ວມມືທ້ອງຖິ່ນ ຫວຽດນາມ-ຍີ່ປຸ່ນ 2026 ໂດຍກະຊວງການຕ່າງປະເທດ ຫວຽດນາມ, ນະຄອນເຫວ້ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ຮ່ວມກັນຈັດຂຶ້ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Ito Naoki, ເອກອັກຄະລັດຖະທູດ ຍີ່ປຸ່ນ ໃຫ້ຮູ້ວ່າ ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ຝ່າຍ ຍີ່ປຸ່ນ ປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືຕື່ມອີກ ເພື່ອໃຫ້ວິສາຫະກິດ 2 ປະເທດພ້ອມກັນຮ່ວມເດີນທາງ, ປະກອບສ່ວນເຂົ້າໃນວິວັດທະນາການຫັນເປັນທັນສະໄໝ ແລະ ປະຕິບັດເປົ້າໝາຍເຕີບເສດຖະກິດຂອງ ຫວຽດນາມ.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຫວັງວ່າ ປະຊາຄົມວິສາຫະກິດ ຍີ່ປຸ່ນ ຈະສືບຕໍ່ເຊື່ອໝັ້ນ ຫວຽດນາມ, ເລືອກເອົາ ຫວຽດນາມ ແລະ ພ້ອມກັບ ຫວຽດນາມ ພັດທະນາແບບຍາວນານ, ຍືນຍົງ ແລະ ວັດທະນາຖາວອນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຊຸກຍູ້ການພົວພັນລົງທຶນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ຫັນຈາກການພົວພັນລະຫວ່າງ "ນັກລົງທຶນ ແລະ ສະຖານທີ່ລົງທຶນ" ໄປສູ່ການພົວພັນຄູ່ຮ່ວມມືພ້ອມກັນພັດທະນາ ແລະ ພ້ອມກັນສ້າງສັນ, ພ້ອມກັນຄົ້ນຄວ້າ, ພ້ອມກັນປ່ຽນແປງໃໝ່ຢ່າງປະດິດຄິດສ້າງ, ພ້ອມກັນຜະລິດ ແລະ ພ້ອມກັນເຂົ້າຮ່ວມຢ່າງມີປະສິດທິຜົນ, ຢືນຢັນທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າທົ່ວໂລກ.