• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຫວຽດນາມ-ຈີນ ຢ່າງບໍ່ຢຸດຢັ້ງ

      ຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້ ລັດຖະມົນຕີກະຊວງຕຳຫຼວດຈີນ ຊື່ງພວມຢູ່ຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຄັ້ງທີ 7 ລະຫວ່າງກະຊວງຕຳຫຼວດ 2 ປະເທດ.
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ແລະ ທ່ານ ເຈົາເຄືອຈື້ (ພາບ: TTXVN)
      ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງ ລັດຖະມົນຕີກະຊວງຕຳຫຼວດ 2 ທ່ານ; ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ 2 ປະເທດ ຕ້ອງສືບຕໍ່ປະຕິບັດໃຫ້ເປັນຢ່າງດີ ການຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ ໃນຂົງເຂດຮ່ວມມືດ້ານຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍ, ເສີມຂະຫຍາຍບົດບາດພິເສດຂອງຕົນ ໃນສະພາບການເປັນປົກກະຕິໃໝ່ ທັງປ້ອງກັນ ຕ້ານໂລກລະບາດໂຄວິດ 19, ທັງຟຶ້ນຟູ ແລະ ພັດທະນາເສດຖະກິດ.
   ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ຍາມໃດ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບກັບພັກ, ລັດແລະ ປະຊາຊົນຈີນ, ຊຸກຍູ້ການພົວພັນຫວຽດາມ-ຈີນ ໃຫ້ພັດທະນາຢ່າງປອດໄສ, ເປັນປົກກະຕິ.
  ສ່ວນທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ເຈົາເຄືອຈື້ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດສອງປະເທດ ຈະສືບຕໍ່ສົມທົບກັນປະຕິບັດໃຫ້ເປັນຢ່າງດີ ການຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດ, ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳກ່ວາອີກ, ປະກອບສ່ວນນຳການພົວພັນຈີນ-ຫວຽດນາມ ໃຫ້ພັດທະນານັບມື້ນັບເລິກເຊິ່ງກ້ວາງຂວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ.
   ແລະ ກໍ່ໃນວັນທີ 19 ກຸມພາ,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ ເຈົາເຄືອຈື້.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ໃນວັນດຽວກັນ, ກອງປະຊຸມຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຄັ້ງທີ 7 ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ຈີນ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໂດຍມີການເປັນປະທານຮ່ວມຂອງທ່ານພົນເອກໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານ ເຈົາເຄືອຈື້ ລັດຖະມົນຕີກະຊວງຕຳຫຼວດຈີນ. ກອງປະຊຸມແມ່ນໂອກາດເພື່ອກະຊວງຕຳຫຼວດສອງປະເທດ ໄດ້ຕີລາຄາໝາກຜົນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ ກະຊວງຕຳຫຼວດສອງປະເທດ ຈາກກອງປະຊຸມຄັ້ງທີ 6 ຢູ່ປັກກິງ ປະເທດຈີນ ເມື່ອເດືອນຕຸລາປີ 2018 ມາຮອດປະຈຸບັນ ແລະ ວາງອອກບັນດາມາດຕະການຊຸກຍູ້ການຮ່ວມມືຮອດປີ 2022.
   ທີ່ກອງປະຊຸມຄັ້ງນິ້, ລັດຖະມົນຕີກະຊວງຕຳຫຼວດສອງປະເທດ ໄດ້ລົງນາມໃນບົດບັນທຶກກອງປະຊຸມ, ເຫັນດີເປັນເອກະສັນກ່ຽວກັບບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື ຮັບປະກັນຄວາມໝັ້ນຄົງພາຍໃນປະເທດ; ເສີມຂະຫຍາຍປະສິດທິຜົນການຮ່ວມມືໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງສອງປະເທດໃນໄລຍະຈະມາເຖິງ…
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top