• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ (CPI); ທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ Marxist (CPI-M) ແລະ ການນຳພັກແຫ່ງຊາດ ອິນເດຍ.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍ (CPI) D.Raja)

ໃນຂອບເຂດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ, ຕອນບ່າຍວັນທີ 16 ທັນວາ, ຢູ່ນະຄອນຫຼວງ New Delhi, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ (CPI); ທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ Marxist (CPI-M) ແລະ ການນຳພັກແຫ່ງຊາດ ອິນເດຍ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍ (CPI) D.Raja, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ D.Raja ພັກກອມມູນິດ ອິນເດຍ ຈະສືບຕໍ່ປັບປຸງກຳລັງແຮງ ແລະ ທີ່ຕັ້ງຂອງພັກບົນເວທີການເມືອງພາຍໃນປະເທດ ແລະ ມີທີ່ຕັ້ງທີ່ເໝາະສົມຢູ່ພາກພື້ນ ແລະ ໃນໂລກ.

ເມື່ອແລກປ່ຽນກ່ຽວກັບບັນຫາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານເລຂາທິການໃຫຍ່ພັກກອມມູນິດອິນເດຍ D.Raja ໄດ້ເຫັນດີໂດຍຖືວ່າ ຕ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ທີ່ການຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດ ອິນເດຍ Marxist (CPI-M) Sitaram Yechury, ພັກກຳອຳນາດຢູ່ລັດ Kerala, ທາງພາກໃຕ້ ອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ, ພັກກອມມູນິດ ອິນເດຍ Marxist ຈະສືບຕໍ່ສະໜັບສະໜູນການພັດທະນາການພົວພັນລະຫວ່າງ 2 ປະເທດ.

ທີ່ການຕ້ອນຮັບການນຳພັກແຫ່ງຊາດ ອິນເດຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ການນຳພັກນີ້ສືບຕໍ່ສະໜັບສະໜູນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top