• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ-ອີຢູກວ່າອີກ

      ທ່ານຮອງລັດຖະມົນຕີສະເໜີໃຫ້ ອີຢູ ຈົ່ງຮັບປະກັບໃຫ້ບັນດາປະເທດອາຊຽນ ສຳຜັດກັບວັກຊິນຢູ່ພາກພື້ນ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ການຟື້ນຟູ ແລະ ການເຕີບໂຕເສດຖະກິດ, ການພັດທະນາຂຽວ ແລະ ຍືນຍົງ.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ
(ພາບ: baoquocte.vn)
      ວາລະປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ - ອີຢູ ໄດ້ຈັດທາງອອນລາຍໃນວັນທີ 08 ກໍລະກົດ. ນີ້ແມ່ນວາລະປະຊຸມປະຈຳປີບັນດາຮອງລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ເພື່ອແນໃສ່ຕີລາຄາຄືນ ແລະ ກຳນົດທິດການພົວພັນ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ (PMC) ອາຊຽນ - ອີຢູ ເຊິ່ງຈະດຳເນີນໃນເດືອນ ສິງຫາ 2021. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າ SOM ASEAN ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ.
        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ຈະຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ - ອີຢູ. ໂດຍຕີລາຄາສູງການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ ອີຢູ, ທ່ານຮອງລັດຖະມົນຕີສະເໜີໃຫ້ ອີຢູ ຈົ່ງຮັບປະກັບໃຫ້ບັນດາປະເທດອາຊຽນ ສຳຜັດກັບວັກຊິນຢູ່ພາກພື້ນ, ພ້ອມກັນນັ້ນກໍ່ສົມທົບກັນຊຸກຍູ້ການຟື້ນຟູ ແລະ ການເຕີບໂຕເສດຖະກິດ, ການພັດທະນາຂຽວ ແລະ ຍືນຍົງ.
        ແບ່ງປັນຄຳເຫັນທີ່ວາລະປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ສະເໜີໃຫ້ ອີຢູ ສືບຕໍ່ການແຊກເຂົ້າ ແລະ ປະກອບສ່ວນເຂົ້າໃນບັນດາການສ້າງຄວາມມານະພະຍາຍາມຂອງອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ. ທ່ານຮອງລັດຖະມົນຕີໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນດາບັນຫາຢູ່ທະເລຕາເວັນອອກ, ສະເໜີໃຫ້ ອີຢູ ຈົ່ງສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)
 

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top