• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ​ໜຸ່ມ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ “ເຊື່ອມ​ຕໍ່​ທົ່ວ​ໂລກ” ເພື່ອ​ປະ​ຕິ​ບັດ​ຄວາມ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດ ຂອງຫວຽດນາມ ຄັ້ງທີ 3 ປີ 2020.

ທ່ານ ຫງວຽນຊວັນທັ໊ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ມອບລາງວັນໃຫ້ໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດ ຂອງຫວຽດນາມ (ພາບ: hanoimoi.com.vn)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບວຽກງານບຳລຸງສ້າງ, ເບິ່ງແຍງ, ເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງໄວໜຸ່ມໃນໄລຍະຜ່ານມາ ແລະ ສະເໜີບັນດາມາດຕະການ ເພື່ອແນໃສ່ຄົ້ນພົບ ໄວໜຸ່ມຜູ້ທີ່ມີຄວາມເກັ່ງກ້າສາມາດ, ເປີດກວ້າງຕາໜ່າງ ແລະ ເຊື່ອມຕໍ່ປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກ, ປະກອບສ່ວນເຂົ້າໃນການພັດທະນາ ປະເທດຫວຽດນາມ ໃຫ້ກາຍເປັນປະເທດ ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງໃນປີ 2045.

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນຊວັນທັ໊ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ເນັ້ນໜັກເຖິງຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ວິວັດການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ ພວມວາງອອກບັນດາວິທີສຳຜັດພັດທະນາແບບໃໝ່. ໃນນັ້ນ, ແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຜູ້ມີຄວາມເກັ່ງກ້າສາມາດ ພວມແມ່ນແຫຼ່ງກຳລັງໜູນພັດທະນາ, ແຫຼ່ງກຳລັງໜູນພາຍໃນທີ່ສຳຄັນຂອງປະເທດຊາດ. ທ່ານ ຫງວຽນຊວັນຖັ໊ງ ສະເໜີໃຫ້ສູນກາງຄະນະຊາວໜຸ່ມ ຈົ່ງຫັນບັນດາໂຄງການດຳເນີນງານໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ປຸກລຸກຄວາມຫວັງພັດທະນາ ແລະ ນ້ຳໃຈອຸທິດສ່ວນຂອງຊາວໜຸ່ມຫວຽດນາມ ໃນໄລຍະໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top