• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ​ກະ​ສິ​ກອນ​ໝູ່​ບ້ານ ລຽນ​ມິງ ເຮັດ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ

ນັບແຕ່ດົນນານມາແລ້ວ, ໝູ່ບ້ານ ລຽນມິງ ໄດ້ຮັບການຮູ້ຈັກວ່າ ແມ່ນໝູ່ບ້ານສວຍງາມຂອງເກາະ ກາດບ່າ, ເມືອງກາດຫາຍ, ນະຄອນຫາຍຟ່ອງ. ຊາວກະສິກອນຂອງໝູ່ບ້ານຫຼາຍຄົນໄດ້ ແລະ ພວມເສີມຂະຫຍາຍທ່າໄດ້ປຽບຈາກທິວທັດທຳມະຊາດ ແລະ ອາຫານພິເສດຂອງທ້ອງຖິ່ນ ເພື່ອເຮັດການທ່ອງທ່ຽວ, ຍົກສູງຊີວິດການເປັນຢູ່ ແລະ ພັດທະນາເສດຖະກິດທ້ອງຖິ່ນ.
ໄກ່ຜູ້ທີ່ປ້າ ຟ້າມທິງາ ໄດ້ລ້ຽງ (ພາບ: ລຶວຮ່າ)

ໂດຍຕັ້ງຢູ່ເຂດຕ່າງຫາກກັບໃຈກາງເກາະ ກາດບ່າ, ໝູ່ບ້ານ ລຽນມິງ ນອນໃນເຂດພູຜາປ່າໄມ້ທີ່ຮົກເຮື້ອເປົ່າຫວ່າງ ແຕ່ມີທິວທັດທຳມະຊາດທີ່ສວຍງາມ, ໃຫ່ຍໂຕມະໂຫຖານ. ຖ້າທ່ານຢາກມາຢ້ຽມຢາມໝູ່ບ້ານແຫ່ງນີ້, ຕ້ອງຜ່ານປ່າແປກຫຼາຍແຫ່ງທີ່ເຊື່ອມຕໍ່ກັນ,  ສົ່ງກິ່ນຫອມຫວນທີ່ສຸດ ແລະ ເຕັມໄປດ້ວຍສີສັນຂອງດອກໄມ້ນາໆຊະນິດ.

ໝູ່ບ້ານ ລຽນມິງ ມີທິວທັດທຳມະຊາດ ແລະ ພູມສັນຖານທີ່ສວຍງາມທີ່ສຸດ ຊື່ງແມ່ນຈຸດນັດພົບຂອງ ແຂກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນທ້າຍອາທິດ, ຮ່ອມພູຢູ່ຕໍ່ໜ້າໝູ່ບ້ານ, ມີແຂກທັງຢູ່ໃກ້ ແລະ ຢູ່ໄກມາຕັ້ງຄ້າຍ, ປີນພູ ແລະ ຮັບຊົມທິວທັດທຳມະຊາດຢ່າງຄັບຄາໜາແໜ້ນ.

ແຂກທ່ອງທ່ຽວຮັບປະທານຊີ້ນໄກ່ ລຽນມິງ (ພາບ: ລຶວຮ່າ)

ເຮືອນຂອງອ້າຍ ໂດ້ກວາງຈ້ອງ, ອາຍຸ 51 ປີ, ຕັ້ງຢູ່ຂ້າງຮ່ອມພູຂອງໝູ່ບ້ານ ລຽນມິງ. ພາຍຫຼັງເວລາລ້ຽງເຜິ້ງ, ລ້ຽງໄກ່ ແລະ ບົວລະບັດສວນຕົ້ນໄມ້ກິນໝາກແລ້ວ, ອ້າຍພ້ອມກັບຄອບຄົວກໍ່ກະກຽມປຸງແຕ່ງອາຫານທ່ຽງໃຫ້ແກ່ແຂກທີ່ມາຕັ້ງຄ້າຍ ໃນເຂດຮ່ອມພູຢູ່ຕໍ່ໜ້າໝູ່ບ້ານ. ຄາບເຂົ້າທ່ຽງມີອາຫານຫຼັກແມ່ນໄກ່ ຍ້ອນວ່າ ແນວພັນໄກ່ ລຽນມິງ ມີຊື່ສຽງຍ້ອນຊີ້ນແຊບ, ຫອມ, ແໜ້ນດີ. ແຂກມາທ່ອງທ່ຽວເກືອບທັງໝົດໄດ້ຈອງໃຫ້ບັນດາຄອບຄົວໃນໝູ່ບ້ານ ປຸງແຕ່ງເຍື່ອງອາຫານຕ່າງໆທີ່ເຮັດຈາກຊີ້ນໄກ່ ແລະ ຮັບປະທານຢູ່ໃຕ້ຮົ່ມໄມ້ໃນສວນຂອງເຈົ້າຂອງເລີຍ. ເອື້ອຍ ຫງວຽນແທັງຍ້າ ແລະ ໝູ່ເພື່ອນທີ່ເຄີຍໄປຫລີ້ນຢູ່ ລຽນມິງ ໃນທ້າຍອາທິດ ໃຫ້ຮູ້ວ່າ:

ຊີ້ນໄກ່ຢູ່ນີ້ແຊບທີ່ສຸດ ຍ້ອນນີ້ແມ່ນແນວພັນໄກ່ທີ່ມີຊື່ສຽງ, ໄດ້ປ່ອຍລ້ຽງໃນປ່າ ແລະ ຢູ່ທົ່ງຫຍ້າ, ຫົວອາຫານຂອງໄກ່ແມ່ນແມງໄມ້ ແລະ ມັນແລ່ນໄວທີ່ສຸດ, ສະນັ້ນຊິ້ນຂອງມັນແມ່ນແຊບຫຼາຍ. ຮອດຕອນຄ່ຳ ໄກ່ກໍ່ນອນຢູ່ເທິງງ່າໄມ້. ກ່ອນນີ້ ຊາວບ້ານຈັບໄກ່ກໍ່ຍາກ ຍ້ອນວ່າມັນແລ່ນໄວຫຼາຍ ແຕ່ປະຈຸບັນເຂົາເຈົ້າໄດ້ສອນໃຫ້ໝາຈັບໄກ່.

ປ້າ ຟ້າມທິງາ, ອາຍຸ 57 ປີ ໃຫ້ຮູ້ວ່າ ໃນ 10 ປີມານີ້, ແຂກທ່ອງທ່ຽວມາຢ້ຽມຊົມຫຼາຍ, ຄອບຄົວປ້າ ໄດ້ຫັນປ່ຽນສວນປູກຕົ້ນໄມ້ກິນໝາກຂອງຄອບຄົວ ເປັນຮູບແບບຮ້ານອາຫານຊີວະພາບ, ປຸງແຕ່ງສະເພາະບັນດາເຍື່ອງອາຫານທີ່ເຮັດຈາກຊີ້ນໄກ່ ລຽນມິງ ທີ່ມີຊື່ສຽງ:

ແຂກທ່ອງທ່ຽວມານີ້ສ່ວນຫຼາຍແມ່ນແຂກຕ່າງປະເທດ, ສ່ວນແຂກ ຫວຽດນາມ ແມ່ນໄປທ່ອງທ່ຽວໃນຍາມພັກແລ້ງ. ໃນໄລຍະມໍ່ໆມານີ້, ໃນວັນເສົາວັນທິດກໍ່ມີຫຼາຍຄົນມາຕັ້ງຄ້າຍຢູ່ເຂດຮ່ອມພູ. ແຂກທີ່ຈອງກ່ອນ ຂ້າພະເຈົ້າຈະແຕ່ງອາຫານໃຫ້. ສ່ວນຫຼາຍຂ້າພະເຈົ້າໄດ້ແຕ່ງເຍື່ອງອາຫານຕ່າງໆຈາກຊີ້ນໄກ່ ແລະ ແບ້ທີ່ລ້ຽງຢູ່ເທິງພູ.

ໂດຍເລີ່ມຈາກການເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ຈາກທິວທັດທຳມະຊາດ ແລະ ອາຫານພິເສດຂອງທ້ອງຖິ່ນ, ບັນດາຊາວກະສິກອນໃນໝູ່ບ້ານ ລຽນມິງ ໄດ້ເລີ່ມຮ່ວມສຳພັນສ້າງລະບົບການບໍລິການ ແລະ ຜະລິດຕະພັນທີ່ມີລັກສະນະເປັນເອກະລັກສະເພາະຂອງໝູ່ບ້ານ. ທ່ານ ຟ້າມວັນຖວາ ປະທານສະມາຄົມຊາວກະສິກອນບ້ານ ລຽນມິງ, ຕາແສງ ເຈິ່ນເຈົາ, ໃຫ້ຮູ້ວ່າ:

ສະມາຄົມຊາວກະສິກອນ ໄດ້ຮັບການຝຶກອົບຮົມ ກ່ຽວກັບຮູບແບບການທ່ອງທ່ຽວເຂດຊຸມຊົນ, ຮ່ວມສຳພັນບັນດາຄອບຄົວ ໃນລະບົບຮ່ວມສຳພັນຜະລິດຕະພັນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າກໍ່ຈະຜັນຂະຫຍາຍໃຫ້ບາງຄອບຄົວ ເຮັດການ ທ່ອງທ່ຽວກັບຊາວກະສິກອນ. ຕາມຮູບແບບໜຶ່ງ ຈະມີຜູ້ລ້ຽງສັດ, ປູກຕົ້ນໄມ້ ຫຼື ເຮັດວຽກໃດວຽກໜຶ່ງ. ພວກຂ້າພະເຈົ້າຈະກຳນົດທິດການເຊື່ອມຕໍ່ລະຫວ່າງບັນດາຄອບຄົວນຳກັນ ເພື່ອເຮັດການທ່ອງທ່ຽວເຂດຊຸມຊົນ.

  ເພື່ອສ້າງເງື່ອນໄຂສະດວກໃຫ້ແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານ ລຽນມິງ ໃນລະບົບລາຍການທ່ອງທ່ຽວຊີວະພາບສວນແຫ່ງຊາດ ກາດບ່າ, ຫວ່າງມໍ່ໆມານີ້, ອຳນາດການປົກຄອງ ແລະ ປຊຊ ຕາແສງ ເຈິ່ນເຈົາ ໄດ້ຮ່ວມແຮງຮ່ວມໃຈປົວແປງ, ເປີດກ້ວາງເສັ້ນທາງລະຫວ່າງຕາແສງໃຫ້ກ້ວາງ ແລະ ງາມກ່ວາອີກ. ແຂກທ່ອງທ່ຽວມາຢ້ຽມຢາມໝູ່ບ້ານ ລຽນມິງ ນັບມື້ນັບຫຼາຍກ່ວາເກົ່າ, ຊີວິດການເປັນຢູ່ຂອງ ປຊຊ ຢູ່ທີ່ນີ້ ກໍ່ນັບມື້ນັບພັດທະນາດີກ່ວາອີກ. ເຂດດິນ ລຽນມິງ ແລະ ອາຫານພິເສດໄກ່ ລຽນມິງ ຂອງເຂດດິນແດນແຫ່ງນີ້ ນັບມື້ນັບໄດ້ຮັບການຮູ້ຈັກ ຈາກແຂກທ່ອງທ່ຽວ ໃນແຜນທີ່ທ່ອງທ່ຽວຂອງເກາະ ກາດບ່າ. ຄວາມດຸໝັ່ນຂະຫຍາຍພຽນ, ຂະຫຍັນຂັນເຄື່ອນຂອງຊາວກະສິກອນຢູ່ ລຽນມິງ ກໍ່ໄດ້ຮັບການຕອບແທນເປັນຢ່າງດີທີ່ສຸດ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top