• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະມີຫຼາຍລັດຖະນະໂຍບາຍ ເພື່ອນຳປະເທດ ຫວຽດນາມ ຈາກປະເທດພວມພັດທະນາ ໃຫ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາ
ພາບປະກອບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໃກ້ຈະມາຮອດແລ້ວ, ພ້ອມກັບເລື່ອງໄດ້ຕິດຕາມບັນດາການເຄື່ອນໄຫວໃນວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຢ່າງໃກ້ຊິດ, ວົງການນັກປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ກໍ່ໄດ້ຕັ້ງຫວັງຕໍ່ກອງປະຊຸມໃຫຍ່ ຈະຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ບັນລຸເປົ້າໝາຍເຕີບໂຕ 2 ຕົວເລກໂດຍໄວ.

        ຕາມທ່ານສາດສະດາຈານ ເຈິ່ນດັ້ງຊວັນ, ມະຫາວິທະຍາໄລ Hiroshima, ປະທານສະມາຄົມນັກຊ່ຽວຊານ ຫວຽດນາມ - ຍີ່ປຸ່ນ ແລ້ວ, ກອງປະຊຸມໃຫຍ່ຄັ້ງນີ້ແມ່ນເຫດການການເມືອງທີ່ມີຂອບຂະໜາດປະຫວັດສາດ, ດ້ວຍຫຼາຍລັດຖະນະໂຍບາຍສຳຄັນ ເພື່ອນຳປະເທດກ້າວເຂົ້າສູ່ສັງກາດພັດທະນາໃໝ່.

        “ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະຍົກອອກຫຼາຍລັດຖະນະໂຍບາຍສຳຄັນໃຫ້ແກ່ຊາດ ແລະ ປະເທດຊາດ, ໃນນັ້ນລວມທີທັງວິທະຍາສາດ ແລະ ເຕັກໂນໂລຊີ. ບັນດານັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຫວັງວ່າ ລຸ້ນການນຳໜຸ່ມ ແລະ ມີຄວາມເກັ່ງກ້າສາມາດຈະໄດ້ຮັບການຄັດເລືອກພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ເພື່ອພ້ອມກັນນຳ ຫວຽດນາມ ຈະພັດທະນາໃນແຕ່ລະປີ ດ້ວຍລະດັບ 2 ຕົວເລກ, ແລະ ໄດ້ຮັບຄວາມຕັ້ງຫວັງວ່າ ຈະບັນລຸເປົ້າໝາຍນີ້ໃນໄລຍະຍິ່ງໄວກໍ່ຍິ່ງດີ, ຊ້ຳບໍ່ໜຳແມ່ນກ່ອນປີ 2045”.

ພ້ອມກັບປະຊາຊົນໃນທົ່ວປະເທດ, ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອີຢິບ ກໍ່ພວມມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ດ້ວຍຄວາມເອກອ້າງທະນົງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ທີ່ວ່າ ກອງປະຊຸມໃຫຍ່ຈະຍົກອອກຫຼາຍລັດຖະນະໂຍບາຍ, ທິດທາງຊີ້ນຳທີ່ເໝາະສົມ, ມີປະສິດທິຜົນ. ໂດຍດຳລົງຊີວິດ ແລະ ເຮັດວຽກຢູ່ ອີຢິບ ເປັນເວລາກວ່າ 20 ປີ, ນາງ ບຸຍທູຮວ່ຽນ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະມີຫຼາຍລັດຖະນະໂຍບາຍ ເພື່ອນຳປະເທດ ຫວຽດນາມ ຈາກປະເທດພວມພັດທະນາ ໃຫ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາ ແລະ ຍາມໃດ ຫວຽດນາມ ກໍ່ແມ່ນປະເທດທີ່ມີສະຖຽນລະພາບ, ປອດໄພ, ດຶງດູດເພື່ອນມິດສາກົນເປັນຈຳນວນຫຼາຍມາລົງທຶນ, ທ່ອງທ່ຽວ. ຂ້າພະເຈົ້າກໍ່ຫວັງວ່າ ກອງປະຊຸມໃຫຍ່ຈະເອົາໃຈໃສ່ເຖິງລຸ້ນໜຸ່ມ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ, ມີນະໂຍບາຍໜູນຊ່ວຍ, ຊ່ວຍເຫຼືອ ພວກນ້ອງຮຽນພາສາ ຫວຽດ; ຈັດງານພົບປະແລກປ່ຽນຫຼາຍກວ່າອີກ ເພື່ອໃຫ້ພວກຫຼານມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງ ຫວຽດນາມ ຫຼາຍຂຶ້ນ”.

​(ແຫຼ່ງຄັດຈາກ VOV)

ພໍ່ແມ່ປະຊາຊົນບັນດາເຜົ່າ ລາວກາຍ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ພໍ່ແມ່ປະຊາຊົນບັນດາເຜົ່າ ລາວກາຍ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ມາຮອດປະຈຸບັນ, ເສັ້ນທາງຄົມມະນາຄົມຊົນນະບົດໄດ້ກໍ່ສ້າງດ້ວຍເບຕົງ 100%, ລະບົບໄຟຟ້າ, ເຮືອນວັດທະນະທຳໄດ້ລົງທຶນຢ່າງຄົບຊຸດ, ບໍ່ມີຄອບຄົວທຸກຍາກອີກ.

Top