ງົບປະມານປີ 2026 ຂອງ ຫວຽດນາມ ວາງອອກຂອບເຂດສົກປີການເງິນທີ່ມີລັກສະນະເປັນເຈົ້າການ, ປະສານສົມທົບກັບບັນດາເປົ້າໝາຍພັດທະນາມີຄວາມຫວັງ, ຮັກສາການລົງທຶນພາກລັດ ແລະ ບັນດາຄຳໝັ້ນສັນຍາການບໍລິການສາທາລະນະ; ບຸລິມະສິດຈັດແບ່ງງົບປະມານໃຫ້ແກ່ການພັດທະນາເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ບັນດາລາຍການປ່ຽນແປງໃໝ່ທີ່ກ່ຽວຂ້ອງ.
ທ່າກ່ຳປັ່ນເຕີນກາງ ໄຊງ່ອນ (ພາບ: TTXVN)
ວັນທີ 11 ມັງກອນ, ເວັບໄຊ intellinews.com ໄດ້ລົງບົດລາຍງານແງ່ຫວັງ ຫວຽດນາມ ປີ 2026 ຂອງ bne IntelliNews (ອົງການສື່ມວນຊົນສາກົນກ່ຽວກັບຂ່າວເສດຖະກິດ - ການເງິນ ແລະ ການເມືອງ ຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນ ໂດຍມີສຳນັກງານຕັ້ງຢູ່ ເຢຍລະມັນ), ໂດຍຢັ້ງຢືນວ່າ ປີ 2025 ແມ່ນປີທີ່ເຫັນປະຈັກຕາບາດກ້າວຫັນປ່ຽນນັບທັງກຳລັງໜູນເສດະກິດ ແລະ ການປະຕິຮູບລະບອບລະບຽບການ. ລັດຖະບານ ຫວຽດນາມ ໄດ້ຜັນຂະຫຍາຍແຜນການປັບປຸງກົງຈັກບໍລິຫານຫ້ກະທັດລັດ ແລະ ແບ່ງສິດອຳນາດ; ຍູ້ແຮງການປະຕິຮູບ ຕິດພັນຢ່າງແໜ້ນແຟ້ນກັບໂຄງການດຳເນີນງານທາງດ້ານເສດຖະກິດ, ຊ່ວຍຍູ້ໄວລະດັບການຕັດສິນ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງພາກສາທາລະນະ, ເຊິ່ງແມ່ນບັນດາປັດໄຈສຳຄັນທີ່ສຸດ ເພື່ອຮັກສາການເຕີບໂຕ ແລະ ພັດທະນາ. ດັ່ງນັ້ນ, ພື້ນຖານເສດຖະກິດ ຫວຽດນາມ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈໃນປີ 2025.
ບົດລາຍງານກໍໄດ້ໃຫ້ຂໍ້ສັງເກດວ່າ ງົບປະມານປີ 2026 ຂອງ ຫວຽດນາມ ວາງອອກຂອບເຂດສົກປີການເງິນທີ່ມີລັກສະນະເປັນເຈົ້າການ, ປະສານສົມທົບກັບບັນດາເປົ້າໝາຍພັດທະນາມີຄວາມຫວັງ, ຮັກສາການລົງທຶນພາກລັດ ແລະ ບັນດາຄຳໝັ້ນສັນຍາການບໍລິການສາທາລະນະ; ບຸລິມະສິດຈັດແບ່ງງົບປະມານໃຫ້ແກ່ການພັດທະນາເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ບັນດາລາຍການປ່ຽນແປງໃໝ່ທີ່ກ່ຽວຂ້ອງ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນຄວາມຫວັງຂອງ ຫວຽດນາມ ໃນການຫັນປ່ຽນຈາກບັນດາກຳລັງໜູນເຕີບໂຕແບບເກົ່າ ໄປສູ່ພື້ນຖານເສດຖະກິດພູມປັນຍາ ແລະ ເຕັກໂນໂລຢີ, ສອດຄ່ອງກັບບັນດາເປົ້າໝາຍຫັນປ່ຽນໂຄງປະກອບທີ່ກວ້າງໃຫຍ່ກວ່າ.
(ແຫຼ່ງຄັດຈາກ VOV)