ໃນການພົວພັນລະຫວ່າງບັນດາປະເທດ ອາຊຽນ, ນ້ຳໃຈມິດຕະພາບບໍ່ພຽງແຕ່ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຂໍ້ຕົກລົງຢ່າງເປັນທາງການເທົ່ານັ້ນ, ຫາກຍັງໄດ້ສ້າງຂຶ້ນຈາກຄວາມເຂົ້າອົກເຂົ້າໃຈ, ການແບ່ງປັນ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນບັນດາປະເທດອີກດ້ວຍ. ຢູ່ທີ່ນັ້ນ, ລຸ້ນໜຸ່ມແມ່ນຂົວເຊື່ອມຕໍ່ທີ່ຍືນຍົງທີ່ສຸດ, ດ້ວຍຄວາມຄາດຫວັງເຊື່ອມຕໍ່ ແລະ ຈິດໃຈເປີດອົກເປີດໃຈ.
ໃນບັນຍາກາດພາກພູມໃຈ ແລະ ປິຕິຊົມຊື່ນຂອງຊຸມມື້ຕົ້ນປີໃໝ່ 2026, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນການເສັງປະດິດສ້າງຄຼິບສັ້ນ “ຂ້າມຊາຍແດນ: ບັນທຶກຮູບພາບກ່ຽວກັບນ້ຳໃຈມິດຕະພາບ ໄທ - ຫວຽດນາມ”. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດລາຍການ “ນ້ຳໃຈເພື່ອນມິດຕະພາບ ໄທ - ຫວຽດນາມ” ປີ 2025 ໂດຍສະຖານທູດ ໄທ ຈັດຂຶ້ນ ແລະ ໄດ້ຮັກສາຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 14 ປີ. ກ່າວຄຳເຫັນທີ່ພິທີ, ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ສສ.ຫວຽດນາມ, ໃຫ້ຮູ້ວ່າ:
(ທ່ານນາງ Urawadee Sriphiromya, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ຫວຽດນາມ)
ປີ 2025, ນັກສຶກສາ ຫວຽດນາມ 18 ຄົນທີ່ມາຈາກຫຼາຍຮາກຖານບຳລຸງສ້າງຢູ່ ຮ່າໂນ້ຍ ແລະ ແຂວງ ດ້ຽນບຽນ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງຢູ່ ບາງກອກ, ອາຍຸດທະຍາ ແລະ ນະຄອນພະນົມ - ບັນດາສະຖານທີ່ເຂັ້ມຂຸ້ນໄປດ້ວຍປະຫວັດສາດ, ວັດທະນະທຳ ແລະ ການພົວພັນມິດຕະພາບ ຫວຽດນາມ - ໄທ. ບໍ່ພຽງແຕ່ຢ້ຽມຢາມ, ຊອກຮູ້ດ້ານວັດທະນະທຳເທົ່ານັ້ນ, ບັນດານັກສຶກສາ ຫວຽດນາມ ຍັງໄດ້ແລກປ່ຽນກັບນັກສຶກສາ ແລະ ຊາວ ໄທ, ຮ່ວມດຳລົງຊີວິດ, ໂອ້ລົມ, ແຕ່ງກິນ ແລະ ແບ່ງປັນບັນດາເລື່ອງລາວກ່ຽວກັບຊີວິດປະຈຳວັນອີກດ້ວຍ.
“ສິ່ງທີ່ນ້ອງຈັບໃຈທີ່ສຸດແມ່ນ ແມ່ນເຮັດໄດ້ສິ່ງທີ່ນ້ອງຄິດວ່າບໍ່ສາມາດເຮັດໄດ້ຢ່າງງ່າຍດາຍ, ນັ້ນແມ່ນມີເພື່ອນໃໝ່ທີ່ມາຈາກປະເທດໃໝ່ຫຼາຍຄົນ ແລະ ຍັງຕິດຕໍ່ກັບເຂົາເຈົ້າ, ພ້ອມກັນໂອ້ລົມນຳ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນການຮ່ຳຮຽນ ເຖິງວ່າຈະຢູ່ 2 ປະເທດທີ່ແຕກຕ່າງກັນ, ເວົ້າ 2 ພາສາທີ່ແຕກຕ່າງກັນ. ສະນັ້ນ,ນັ້ນແມ່ນສິ່ງທີ່ລ້ຳຄ່າທີ່ສຸດສຳລັບນ້ອງ”.
“ພາຍຫຼັງການໄປຢ້ຽມຢາມ, ນ້ອງມີຄວາມຮູ້ຕື່ມອີກກ່ຽວກັບພາສາ, ວິຖີຊີວິດປະຈຳວັນຂອງປະຊາຊົນ ໄທ, ພິທີກຳ ແລະ ລະບົບພະບໍລົມວົງສານຸວົງ, ຄວາມສຳຄັນຂອງພະບໍລົມວົງສານຸວົງ ໃນການດຳລົງຊີວິດປະຈຳວັນຕື່ມອີກຫຼາຍຢ່າງ”.
ມີຈຸດພົ້ນເດັ່ນຂອງລາຍການ “ນ້ຳໃຈເພື່ອນມິດຕະພາບ ໄທ - ຫວຽດນາມ” ປີ 2025 ແມ່ນການເສັງປະດິດຄຼິບດ້ວຍຫົວຂໍ້ “ຂ້າມຊາຍແດນ: ບັນທຶກຮູບພາບກ່ຽວກັບນ້ຳໃຈມິດຕະພາບ ໄທ - ຫວຽດນາມ”. ພຽງແຕ່ໃຊ້ໂທລະສັບມືຖື, ບັນດາກຸ່ມນັກສຶກສາໄດ້ບັນທຶກການເຄື່ອນໄຫວຕົວຈິງດ້ວຍທັດສະນະຂອງຕົນ -ຈິງໃຈ, ລຽບງ່າຍແຕ່ເຕັມໄປດ້ວຍອາລົມຈິດ.
“ພວກນ້ອງຮັກສາຈິດໃຈຫົວເລື່ອງລວມແມ່ນນ້ຳໃຈເພື່ອນມິດຕະພາບລະຫວ່າງ ຫວຽດນາມ ແລະ ໄທ ຂ້າມຊາຍແດນ ແລະ ຂຸດຄົ້ນໃນແງ່ມູມ, ພວກເຮົາສາມາດຊອກເພື່ອນມິດຢູ່ແຫ່ງໃດ. ນັ້ນແມ່ນພວກເຮົາສາມາດຊອກຫາເພື່ອນມິດໄດ້ຢູ່ທົ່ວທຸກແຫ່ງຫົນ, ຈາກບັນດາແງ່ມູມເລກໆໜ້ອຍໆ, ຄືຊີວິດປະຈຳວັນ, ເຍື່ອງອາຫານ, ພາສາເວົ້າ, ປະຫວັດສາດ, ວັດທະນະທຳ ແລະ ສັງຄົມ”.
“ສານໃຫຍ່ສຸດທີ່ພວກນ້ອງຢາກເຜີຍແຜ່ກໍ່ຢູ່ໃນຄຼິບ. ນ້ອງເຊື່ອໝັ້ນວ່າ ການພົວພັນ 2 ຝ່າຍລະຫວ່າງ 2 ປະເທດຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາຫຼາຍກວ່າ, ດ້ວຍພື້ນຖານແມ່ນການເຊື່ອມຕໍ່ປະຊາຊົນສອງປະເທດ, ຄວາມຄ້າຍຄືກັນທາງດ້ານວັດທະນະທຳ, ກໍຄືຄວາມຈິງໃຈສະໜິດຕິດພັນລະຫວ່າງມະນຸດດ້ວຍກັນ ຈະແມ່ນພື້ນຖານໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ”.
ນ້ຳໃຈມິດຕະພາບບໍ່ພຽງແຕ່ໄດ້ເພີ່ມພູນຄູນສ້າງຢູ່ຂັ້ນລັດເທົ່ານັ້ນ, ຫາກຍັງໄດ້ຫຼໍ່ລ້ຽງຈາກການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນຈາກລຸ້ນໜຸ່ມ. ເພື່ອລຸ້ນໜຸ່ມຮຽນພາສາຂອງກັນ, ມີຄວາມເຂົ້າໃຈດ້ານວັດທະນະທຳຂອງກັນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງໃນອະນາຄົດ, ຄາວນັ້ນ ຊາຍແດນຈະບໍ່ແມ່ນໄລຍະຫ່າງ, ຫາກກາຍເປັນຈຸດເລີ່ມຕົ້ນແຫ່ງການເຊື່ອມຕໍ່ນ້ຳໃຈມິດຕະພາບ.









