• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈົດໝາຍອວຍພອນບຸນປີໃໝ່ປະຈຳຊາດ Chôl Chnăm Thmây 2020

      ວັນທີ 3 ເມສາ, ທ່ານເຈິ່ນແທັງເເໝິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງຈົດໝາຍເຖິງບັນດາ ພະສົງ,ສຳມະເນນ ແລະ ປະຊາຊົນຊາວເຜົ່າຂະແມທຸກຖ້ວນໜ້າ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chôl Chnăm Thmây 2020.
      ຈົດໝາຍມີຕອນຊີ້ແຈ້ງວ່າ: ປະຊາຊົນຊາວເຜົ່າຂະແມ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກວົງຄະນະຍາດ ບັນດາຊົນເຜົ່າຫວຽດນາມໄດ້, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງໃນທຸກດ້ານຈາກພັກ ແລະ ລັດຫວຽດນາມ.
ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕີລາຄາສູງວ່າ: ໃນໄລຍະຜ່ານມາ, ປະຊາຊົນຊາວເຜົ່າຂະແມ ທົ່ວປະເທດ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຂອງ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ ; ຍາມໃດກໍ່ສາມັກຄີກັນພ້ອມກັບວົງຄະນະຍາດບັນດາ ເຜົ່າ ສ້າງສາບ້ານເກີດເມືອງນອນ ປະເທດຊາດ ໃຫ້ນັບມື້ນັບພັດທະນາ.
ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ຫວັງວ່າ ບັນດາ ພະສົງ, ສຳມະເນນ ພ້ອມກັບປະຊາຊົນບັນດາເຜົ່າຂະແມທຸກຖ້ວນໜ້າ ຈະ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ເອົາໃຈໃສ່ເບິ່ງແຍງການຜະລິດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາດ; ຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດໃຫ້ເໝາະສົມກັບສະພາບການ; ປະຕິບັດບັນດາຂໍ້ກຳນົດຂອງລັດ ກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີ ເພື່ອປະກອບສ່ວນນຳເອົາຊີວິດທີ່ປອດໄພ, ຄວາມອີ່ມໜຳສຳລານ, ຜາສຸກມາໃຫ້ທຸກຄົນ, ທຸກຄອບຄົວ. 
 (ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top