• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ໄຂກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 19

      ວັນທີ 28 ຕຸລາ, ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ຄັ້ງທີ 4 ຊຸດທີ 19 (ກອງປະຊຸມສູນກາງພັກຄັ້ງທີ 4) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງ ປັກກິ່ງ, ປະເທດ ຈີນ. 

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ (ພາບ: THX/TTXVN)
      ໂຄງການດຳເນີນງານຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນຄົ້ນຄວ້າບັນດາບັນຫາສຳຄັນກ່ຽວກັບການຢຶດໝັ້ນ ແລະ ສ້າງລະບອບສັງຄົມນິຍົມສີສັນ ຈີນ ໃຫ້ສຳເລັດ, ຊຸກຍູ້ການຫັນລະບົບການບໍລິຫານ ແລະ ກຳລັງຄວາມສາມາດບໍລິຫານແຫ່ງຊາດເປັນທັນສະໄໝ. ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ, ກອງປະຊຸມກໍ່ພິຈາລະນາກ່ຽວກັບ “ຂໍ້ຕົກລົງກ່ຽວກັບບັນດາບັນຫາສຳຄັນຂອງສູນກາງພັກກອມມູນິດ ຈີນ ທີ່ກ່ຽວຂ້ອງເຖິງ ການຢຶດໝັ້ນ ແລະ ສ້າງລະບອບສັງຄົມນິຍົມສີສັນ ຈີນ ໃຫ້ສຳເລັດ, ຊຸກຍູ້ການຫັນລະບົບການບໍລິຫານ ແລະ ກຳລັງຄວາມສາມາດບໍລິຫານແຫ່ງຊາດເປັນທັນສະໄໝ”.
        ກອງປະຊຸມສູນກາງພັກຄັ້ງທີ 4 ຖືກຈັດຕັ້ງຂຶ້ນພາຍຫລັງ ຈີນ ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສະຖາປະນາປະເທດ. ກອງປະຊຸມນີ້ ມີການເຂົ້າຮ່ວມຂອງກຳມະການສູນກາງພັກກອມມູນິດ ຈີນ 202 ທ່ານ ແລະ ກຳມະການສຳຮອງສູນກາງພັກ 171 ທ່ານ. ຄາດວ່າ: ກອງປະຊຸມຈະອັດລົງໃນວັນທີ 31 ຕຸລາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top