• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ສປປ.ເກົາຫຼີ ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນ 2 ຝ່າຍ

      ວັນທີ 17 ພະຈິກ, ທູດພິເສດຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ, ທ່ານ ຊຸ່ງຖ້າວ ໄດ້ເຫັນດີເປັນເອກະສັນກັບທ່ານ Choe Ryong Hae ຜູ້ຊ່ວຍວຽກໃກ້ຊິດຂອງການນຳ ສປປ.ເກົາຫຼີ Kim Jong Un ກ່ຽວກັບການຊຸກຍູ້ການພົວພັນ 2 ຝ່າຍໃຫ້ດີງາມກ່ວາ, ໃນສະພາວະທີ່ ພຽງຢາງ ສືບຕໍ່ຢຸດຕິບັນດາການກະທຳນາບຂູ່ຊົວຄາມ.
      
(ພາບປະກອບ) 
      ຂໍ້ຕົກລົງດັ່ງກ່າວ ບັນລຸໄດ້ໃນການພົບປະຢູ່ ພຽງຢາງ ລະຫວ່າງທ່ານ ຊຸ່ງຖ້າວ ຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດ ຄະນະກຳມະການສູນກາງພັກກອມມູນິດ ຈີນ (CPC) ແລະ ທ່ານ Cho Ryong Hae ຮອງປະທານພັກແຮງງານ ສປປ.ເກົາຫຼີ. ຄະນະຕິດຕໍ່ພົວພັນຕ່າງປະເທດ ຄະນະກຳມະການສູນກາງພັກກອມມູນິດ ຈີນ CPC ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ຂັ້ນສູງນີ້ ໄດ້ເຫັນດີເປັນເອກະພາບວ່າ “2 ຝ່າຍຄວນດຳເນີນບັນດາຄວາມມານະພະຍາຍາມລວມ ແນໃສ່ຊຸກຍູ້ການພັດທະນາການພົວພັນລະຫວ່າງ 2 ພັກ, 2 ລັດ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ ຈີນ ແລະ ສປປ.ເກົາຫຼີ”. ພ້ອມກັນນັ້ນ 2 ຝ່າຍກໍ່ປຶກສາຫາລືການພົວພັນ 2 ຝ່າຍ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top