• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກ ໃກ້ຈະລືນກາຍຕົວເລກ 29 ລ້ານຄົນ

      ໄລ່ຮອດຕອນເຊົ້າວັນທີ 13 ກັນຍາ, ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28,9 ລ້ານຄົນ.

(ພາບປະກອບ:THX/TTXVN) 
      ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 13 ກັນຍາ, ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28,9 ລ້ານຄົນ ເພີ່ມຂຶ້ນ 278.000 ຄົນ ໃນ 24 ຊົ່ວໂມງທີ່ຜ່ານມາ. ໃນນັ້ນ ມີ 924.000 ຄົນ ເສຍຊີວິດ. ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກຕາມລຳດັບ.
          ຢູ່ເອີຣົບ, ລັດເຊຍສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນພາກພື້ນ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 1 ລ້ານຄົນ, ຖັດມາແມ່ນ ແອັດສະປາຍ. ໃນຂະນະນັ້ນ, ຝລັ່ງ, ອັງກິດ ແລະ ຢູແກຼນ ແມ່ນບັນດາປະເທດເອີຣົບມີລະດັບເພີ່ມໄວພໍສົມຄວນ ຄືຫຼາຍກວ່າ 3.000 ຄົນໃນແຕ່ລະປະເທດໃນເວລາ 1 ວັນຜ່ານມາ.
          ຢູ່ ອາຊີ, ໃນ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນຕື່ມອີກ 125.000 ຄົນ. ອິນເດຍສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກຈາກໂລກລະບາດ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ເກືອບ 94.500 ກໍລະນີ. ສ່ວນ ຟີລິບປິນ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍກວ່າໝູ່ໃນເວລາ 24 ຊົ່ວໂມງທີ່ຜ່ານມາ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັດມາແມ່ນ ອິນໂດເນເຊຍ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top