• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສ.ເກົາຫຼີ, ຈີນ ເພີ່ມຂຶ້ນຢ່າງແຮງ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 13 ມີນາ (ຕາເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 400.000 ຄົນ
  (ພາບປະກອບ: ກະຊວງສາທາລະນະສຸກ)  

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 13 ມີນາ (ຕາເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 400.000 ຄົນ, ຍົກຈຳນວນຜູ້ຕິດເຊື້ອພະຍາດຂຶ້ນກວ່າ 450 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ, ໃນນັ້ນມີຜູ້ຕິດເຊື້ອພະຍາດເກືອບ 82 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 1 ລ້ານຄົນ. ຖັກຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ສ່ວນ ເອີລົບ ແມ່ນເຂດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດເກືອບ 165 ລ້ານຄົນ, ມີຜູ້ເສຍຊີວິດກວ່າ 1,7 ລ້ານຄົນ. ຢູ່ ອາຊີ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ສ.ເກົາຫຼີ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 350.190 ຄົນ. ໃນຂະນະນັ້ນ, ວັນທີ 12 ມີນາ, ຈີນ ໄດ້ກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ຫຼາຍທີ່ສຸດໃນເວລາ 24 ຊົ່ວໂມງໃນໄລຍະ 2 ປີແມ່ນ 3.400 ຄົນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 12 ມີນາ ຮອດວັນທີ 13 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 166.953 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 95.538 ຄົນ, ມີຜູ້ເສຍຊີວິດ 95 ຄົນ.

ສະນັ້ນ, ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 6.112.648, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກຕິ 3.163.571.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top