• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈາກລະດູໃບໄມ້ຫຼົ່ນເອກະລາດໄປສູ່ການຫັນປ່ຽນຕົນເອງ, ປ່ຽນແປງໃໝ່ຢ່າງຂ້ຽວຂາດ

ມື້ນີ້ 81 ປີກ່ອນ, ວັນທີ 02 ກັນຍາ ປີ 1945, ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ, ທີ່ ຮ່າໂນ້ຍ, ປະທານ ໂຮ່ຈິມິນ ໄດ້ກ່າວບົດຖະແຫຼງປະກາດເອກະລາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ - ປະຈຸບັນ ແມ່ນປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ.
  ລັດ​ຖະ​ບານ​ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດນີ້, ໜັງ​ສື​ພິມ​ສະ​ບັບ​ຕ່າງໆ​ສະ​ບັບ​ອອກວັນ​ທີ 2 ກັນ​ຍາ ​ເອົາ​ລົງ​ຫຼາຍ​ຂ່າວ, ​ບົດ​ໃນ​ໜ້າ​ຫຼັກກ່ຽວ​ກັບ​ເຫດ​ການ​ປະ​ຫວັດ​ສາດນີ້. ດ້ວຍ​ຫົວ​ຂໍ້​ວ່າ “ຮັກ​ສາ​ຄຳ​ສາ​ບານ​ເອ​ກະ​ລາດ​ເພື່ອ​ເປົ້າ​ໝາຍ​ປະ​ເທດ​ຊາດ​ໝັ້ນ​ຄົງ​ເຂັ້ມ​ແຂງ”, ບົດ​ນຳ​ຂອງ​ໜັງ​ສື​ພິມ​ ເຍິນ​ເຍີນ (ປ​ະ​ຊາ​ຊົນ), ອົງ​ການ​ກະ​ບອກ​ສຽງ​ສູນ​ກາງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຢືນ​ຢັນ​ວ່າ 81 ປີ​ຜ່ານ​ມາ, ບົດຖະແຫຼງປະກາດເອກະລາດອະ​ມະ​ຕະຍາມ​ໃດ​ກໍ່​ດັງ​ຂຶ້ນ​ຄື​ດັ່ງ​ຄຳ​​ສາ​ບານ​ອັນສັດ​ຊື່​ບໍ​ລິ​ສຸດ​ກ່ຽວ​ກັບ​ສິດ​ດຳ​ລົງ​ຊີ​ວິດ, ສິດ​ເສ​ລີ ແລະ ສິດ​ມີ​ຄວາມ​ຜາ​ສຸກ​ຂອງ​ທັງ​ຊາດ ຫວຽດ​ນາມ. ຄຸ​ນ​ຄ່າ​ຍືນ​ຍົງ​ຂອງ 6 ຕົວ​ໜັງ​ສື “ເອ​ກະ​ລ​າດ - ເສ​ລີ​ພາບ - ຜາ​ສຸກ” ບໍ່​ພຽງ​ແຕ່​ແມ່ນຄຳ​ຂວັນ​ພາຍ​ໃຕ້​ຊື່​ຂອງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນຄຳ​ສາ​ບານ​ດ້ານ​ການ​ເມືອງ, ແມ່ນ​ໄມ້​ຫຼ້າ​ວັດ​ແທກ​ສູງ​ສຸດ​ຕໍ່​ທຸກ​ແນວ​ທາງ, ນະ​ໂຍ​ບາຍ.

ໃນ​ຂະ​ນະ​ນັ້ນ, ບົດ​ຂຽນ “ບົດຖະແຫຼງປະກາດເອກະລາດປີ 1945 ແລະ ຄຳ​ສາ​ບານ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ຂອງ​ທ່ານພົນ​ຈັດ​ຕະ​ວາ, ຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ ຫງວຽນ​ວັນ​ເຊົາ, ຮອງ​ຫົວ​ໜ້າ​​ວິ​ທະ​ຍາ​ຄານຍຸດ​ທະ​ສາດ ແລະ ປະ​ຫວັດ​ສາດ​ປ້​ອງ​ກັນ​ຊາດ ຫວຽດ​ນາມ ເອົາ​ລົງ​ໃນ​ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ​ສະ​ບັບ​ອອກວັນ​ທີ 02 ກັນ​ຍາ ໄດ້​ຢືນ​ຢັນ​ວ່າ ຖ້າ​ປີ 1945, ທັງ​ຊາດ​ລຸກ​ຮື້​ຂຶ້​ນ​ເພື່ອ​ຍາດ​ເອົາ​ອຳ​ນາດ​ສິດ​​ມີ​ຊີ​ວິດ​ຂອງ​ຕົນ, ປະ​ຈຸ​ບັນ​ນີ້, ທັງ​ຊາດ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ ​ເຮັດ​ໃຫ້​ສິດ​ມີ​ຊີ​ວິດນັ້ນ ​ຍິ່ງ​ມີ​ເນື້ອ​ໃນ​ຢ່າງ​ຄົບ​ຖ້ວນກວ່າ: ປະ​ເທດ​ໜຶ່ງ​ມີ​ເອ​ກະ​ລາດ, ມີ​ອະ​ທິ​ປ​ະ​ໄຕ, ຮັ່ງ​ມີ​ເຂັ້ມ​ແຂງ, ເສ​ລີ, ປະ​ຊາ​ຊົນ​ມີ​ຊິ​ວິດ​ອີມ​ໜຳ​ສຳ​ລານ, ​ອິດ​ສະ​ລະ​ພາບ, ສົມ​ບຸນ​ພູນ​ສຸກ ແລະ ມີ​ທີ່​ຕັ້ງເໝາະ​ສົມ​ໃນ​ປະ​ຊາ​ຄົມ​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ຈີນ ແລະ ອາຊຽນ ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ

ຈີນ ແລະ ອາຊຽນ ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ

ຈີນ ໄດ້ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ ໃນຮອບເວລາ 17 ປີຢ່າງລຽນຕິດ, ໃນຂະນະທີ່ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນເວລາ 6 ປີຢ່າງລຽນຕິດ.

Top