ຂ່າວສານ
ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດແນໃສ່ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່ເພື່ອຮັບມືກັບໂລກລະບາດ Covid – 19
ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດແນໃສ່ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່
ເພື່ອຮັບມືກັບໂລກລະບາດ Covid – 19 (ພາບ: VGP)
ຕາມທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກແລ້ວ, ປັດຈຸບັນ, ໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນທີ່ສຸດ, ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງເສດຖະກິດ - ສັງຄົມຂອງຫວຽດນາມ. ດັ່ງນັ້ນ, ການຈັດຕັ້ງກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບວິສາຫະກິດແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ, ເພື່ອແນໃສ່ສະແດງໃຫ້ເຫັນຈິດໃຈຂອງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນທີ່ຮ່ວມເດີນທາງກັບວິສາຫະກິດ, ປະຕິບັດໜ້າທີ່ຄວບຄູ່ແມ່ນບຸລິມະສິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ທັງຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເສີມຂະຫຍາຍຈິດໃຈຮັກຊາດ, ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດຫັນສິ່ງທ້າທາຍກາຍເປັນກາລະໂອກາດ, ສ້າງໂຄງປະກອບວິສາຫະກິດຄືນໃໝ່, ສ້າງກຳລັງໜູນໃຫ້ແກ່ການພັດທະນາ, ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່.
(ແຫຼ່ງຄັດຈາກ VOV)