ຂ່າວສານ

ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດແນໃສ່ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່ເພື່ອຮັບມືກັບໂລກລະບາດ Covid – 19

      ຫ້ອງວ່າການລັດຖະບານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ແຈ້ງການສະຫຼຸບຂອງທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມຢູ່ກອງປະຊຸມກ່ຽວກັບການຈັດຕັ້ງກອງປະຊຸມລະຫວ່າງທ່ານນາຍົກລັດຖະມົນຕີກັບວິສາຫະກິດເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການດຳເນີນທຸລະກິດ, ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່ເພື່ອຮັບມືກັບໂລກລະບາດ Covid – 19, ເຊິ່ງໄດ້ຮັບການຈັດຂຶ້ນໃນວັນທີ 13 ເມສາ 2020.   

ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດແນໃສ່ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່
ເພື່ອຮັບມືກັບໂລກລະບາດ
Covid – 19 (ພາບ: VGP) 
      ຕາມທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກແລ້ວ, ປັດຈຸບັນ, ໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນທີ່ສຸດ, ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງເສດຖະກິດ - ສັງຄົມຂອງຫວຽດນາມ. ດັ່ງນັ້ນ, ການຈັດຕັ້ງກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບວິສາຫະກິດແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ, ເພື່ອແນໃສ່ສະແດງໃຫ້ເຫັນຈິດໃຈຂອງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນທີ່ຮ່ວມເດີນທາງກັບວິສາຫະກິດ, ປະຕິບັດໜ້າທີ່ຄວບຄູ່ແມ່ນບຸລິມະສິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ທັງຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເສີມຂະຫຍາຍຈິດໃຈຮັກຊາດ, ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດຫັນສິ່ງທ້າທາຍກາຍເປັນກາລະໂອກາດ, ສ້າງໂຄງປະກອບວິສາຫະກິດຄືນໃໝ່, ສ້າງກຳລັງໜູນໃຫ້ແກ່ການພັດທະນາ, ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່.
 (ແຫຼ່ງຄັດຈາກ VOV)


top