• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນ​ວັດ​ທະ​ນະ​ທຳ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່ ກາ​ນາ​ດາ

ໃນບັນຍາກາດທີ່ອົບອຸ່ນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນຫຼາຍຄົນ ໄດ້ຕ້ອນຮັບບັນຍາກາດບຸນເຕັດດ້ວຍເຂົ້າຕົ້ມ, ດອກຄາຍ ແລະ ມອບອັ່ງເປົ່າໃຫ້ກັນ.
  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ຖ່າຍຮູບພ້ອມກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ການາດາ (ພາບ: TTXVN)  

ວັນທີ 8 ມັງກອນ, ສະມາຄົມການາດາ - ຫວຽດນາມ (CVS) ຢູ່ Ottawa ໄດ້ຈັດງານບຸນວັດທະນະທຳຕ້ອນຮັບບຸນປີໃໝ່ປະຈຳຊາດ ປີແມວ 2023 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ການາດາ ຄົບຮອບ 50 ປີ (21/08/1973 – 21/08/2023) - ໂອກາດທີ່ດີສຸດ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ.

ໃນບັນຍາກາດທີ່ອົບອຸ່ນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນຫຼາຍຄົນ ໄດ້ຕ້ອນຮັບບັນຍາກາດບຸນເຕັດດ້ວຍເຂົ້າຕົ້ມ, ດອກຄາຍ ແລະ ມອບອັ່ງເປົ່າໃຫ້ກັນ.

ກ່າວຄໍາເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ຟ້າມກາວຟອງ ໄດ້ທົບທວນຄືນຂີດໝາຍອັນພົ້ນເດັ່ນໃນສາຍພົວພັນດ້ານການເມືອງ ແລະ ເສດຖະກິດລະຫວ່າງສອງປະເທດ; ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ການາດາ.

 

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top