ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດຮອບທີ 2 ຂອງການເລີ່ມຕົ້ນທຸລະກິດພ້ອມກັບ Kawai 2024.
ເຫດການໄດ້ເລີ່ມຕົ້ນດ້ວຍການວາງສະແດງຜະລິດຕະພັນ “Startup Expo” ດ້ວຍ 10 ຮ້ານວາງສະແດງ. ອ້າຍ ຫງວຽນມິງເຕິນ, ມາຈາກທິມ Senonika, ໃຫ້ຮູ້ວ່າ:
“ເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ທິມພວກຂ້າພະເຈົ້າ ໄດ້ນຳເອົາ ເກີບທີ່ເຮັດມາຈາກຂີ້ອ້ອຍ ເຊິ່ງໄດ້ຜະລິດດ້ວຍເຕັກໂນໂລຢີ 3D. ນີ້ແມ່ນມາດຕະການທີ່ມີຫົວຄິດປະດິດສ້າງ, ເປັນມິດກັບສິ່ງແວດລ້ອມ. ປັດຈຸບັນ, ຜະລິດຕະພັນດັ່ງກ່າວພວມໄດ້ຮັບການຜະລິດໃຫ້ສົມບູນແບບ ເພື່ອຈຳໜ່າຍອອກສູ່ຕະຫຼາດ ແລະ ເປັນຜະລິດຕະພັນທີ່ນອນໃນ Top 10 ການແຂ່ງຂັນເລີ່ມຕົ້ນທຸລະກິດ ພ້ອມກັບ Kawai 2024”.
ຫຼັງຈາກນັ້ນແມ່ນການແບ່ງປັນຂອງບັນດານັກປະທະກະຖາ, ແຂກຖືກເຊີນ ພາຍໃຕ້ຫົວຂໍ້ “AI ແລະ ການປະຕິບັດການບໍລິຫານ ສຳລັບຜູ້ເລີ່ມຕົ້ນທຸລະກິດ” ແລະ ການແຂ່ງຂັນບັນລະບາຍເພື່ອຊ່ວນເຊື່ອນັກລົງທຶນ.