ຂ່າວສານ

ງານ​ຕະຫຼາດ​ນັດ​ເຊື່ອມ​ຕໍ່​ການ​ເລີ່ມ​ຕົ້ນ​ທຸ​ລະ​ກິດ - Kawai StartUp Fair 2024

ງານຕະຫຼາດນັດເຊື່ອມຕໍ່ການເລີ່ມຕົ້ນທຸລະກິດ - Kawai StartUp Fair 2024 ໂດຍສະໂມສອນວິສາຫະກິດອະນາຄົດ (ມະຫາວິທະຍາໄລການຄ້າຕ່າງປະເທດ) ຈັດຂຶ້ນໃນວັນທີ 2 ມິຖຸນາ ຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້ “AI ແລະ ການປະຕິບັດການບໍລິຫານ ສຳລັບຜູ້ເລີ່ມຕົ້ນທຸລະກິດ”.
ງານຕະຫຼາດນັດເຊື່ອມຕໍ່ການເລີ່ມຕົ້ນທຸລະກິດ - Kawai StartUp Fair 2024

ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດຮອບທີ 2 ຂອງການເລີ່ມຕົ້ນທຸລະກິດພ້ອມກັບ Kawai 2024.

ເຫດການໄດ້ເລີ່ມຕົ້ນດ້ວຍການວາງສະແດງຜະລິດຕະພັນ “Startup Expo” ດ້ວຍ 10 ຮ້ານວາງສະແດງ. ອ້າຍ ຫງວຽນມິງເຕິນ, ມາຈາກທິມ Senonika, ໃຫ້ຮູ້ວ່າ:

“ເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ທິມພວກຂ້າພະເຈົ້າ ໄດ້ນຳເອົາ ເກີບທີ່ເຮັດມາຈາກຂີ້ອ້ອຍ ເຊິ່ງໄດ້ຜະລິດດ້ວຍເຕັກໂນໂລຢີ 3D. ນີ້ແມ່ນມາດຕະການທີ່ມີຫົວຄິດປະດິດສ້າງ, ເປັນມິດກັບສິ່ງແວດລ້ອມ. ປັດຈຸບັນ, ຜະລິດຕະພັນດັ່ງກ່າວພວມໄດ້ຮັບການຜະລິດໃຫ້ສົມບູນແບບ ເພື່ອຈຳໜ່າຍອອກສູ່ຕະຫຼາດ ແລະ ເປັນຜະລິດຕະພັນທີ່ນອນໃນ Top 10 ການແຂ່ງຂັນເລີ່ມຕົ້ນທຸລະກິດ ພ້ອມກັບ Kawai 2024”.

ຫຼັງຈາກນັ້ນແມ່ນການແບ່ງປັນຂອງບັນດານັກປະທະກະຖາ, ແຂກຖືກເຊີນ ພາຍໃຕ້ຫົວຂໍ້ “AI  ແລະ ການປະຕິບັດການບໍລິຫານ ສຳລັບຜູ້ເລີ່ມຕົ້ນທຸລະກິດ” ແລະ ການແຂ່ງຂັນບັນລະບາຍເພື່ອຊ່ວນເຊື່ອນັກລົງທຶນ.


top